ພິທີຍ້ອງຍໍລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດທາງດ້ານວິທະຍາສາດ ເຕັກໂນໂລຢີຫວຽດນາມ

ພິທີຍ້ອງຍໍລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດທາງດ້ານວິທະຍາສາດ ເຕັກໂນໂລຢີຫວຽດນາມ - ảnh 1
ພິທີຍ້ອງຍໍລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດທາງດ້ານວິທະຍາສາດ ເຕັກໂນໂລຢີຫວຽດນາມ
(ພາບ: google.com.vn)

(vovworld) - ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ, ການ​ພັດທະນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ຍາມ​ໃດ​ກໍ່​ໄດ້​ຮັບ​ຖື​ວ່າ ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ ໃນພິທີ​ຍ້ອງຍໍ​ລຸ້ນ​ໜຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ທາງດ້ານວິທະຍາສາດ ​ເຕັກ​ໂນ​ໂລ​ຢີຫວຽດນາມ ​ແລະ ມອບ​ລາງວັນ​ໜ່ວຍ​ໂລກ​ຄຳ​ປີ 2012 ​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/11, ຢູ່ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຍ້ອງຍໍ​ຜົນງານ ​ແລະ ການ​ປະກອບສ່ວນ​ຕ່າງໆ​ຂອງ​ລຸ້ນໜຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ຕີ​ລາຄາ​ສູງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໃນ​ຊຸມ​ປີຜ່ານມາ​ໄດ້​ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ເພື່ອ​ຄົ້ນ​ພົບ, ​ເຊີດ​ຊູລຸ້ນ​ໜຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ທ່ານ​ເນັ້ນ​ໜັກ​ວ່າ:

        ”ອາດ​ຢືນຢັນ​ໄດ້​ວ່າ, ​ໃນ​ສະ​ໄໝ​ໃດປະ​ເທດ​ເຮົາກໍ່​ມີຄົນ​ເກັ່ງ​ກ້າ​ສາມາດ, ສະ​ໄໝ​ໃດ​ກໍ່​ມີ​ຄວາມ​ຕ້ອງການ ​ແລະ ນຳ​ໃຊ້​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ວິວັດ​ແຫ່ງ​ການ​ໂລກາ​ພິວັດລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນໂລກ ​ແມ່ນ​ການ​ແກ່ງ​ແຍ້​ງກ່ຽວ​ກັບ​ຄວາມ​ສາມາດ​ດ້ານ​ພຸມ​ປັນຍາ. ຍ້ອນ​ເຫດ​ນັ້ນ, ກອງ​ປະຊຸມ​ຄັ້ງ​ທີ 6, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ສືບ​ຕໍ່​ຢືນຢັນ​ວ່າການພັດທະນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ທັງແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ທັງ​ແມ່ນ​ກຳລັງ​ໜູນ​ສຳຄັນ​ໃນ​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ”

        ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ 141 ຄົນ ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້ ​ແມ່ນບັນດາ​ຄົນ​ໜຸ່ມ​ທີ່​ມີ​ຜົນງານ​ພິ​ເສດ, ມີ​ບັນດາ​ກິດຈະກຳ​ຄົ້ນ​ຄ້ວາ​ທີ່​ມີ​ຄຸນຄ່າ​ວິທະຍາສາດ​ສູງ, ມີ​ຫົວຄິດ​ປະດິດ​ສ້າງ. ສ່ວນລາງວັນ​ໜ່ວຍ​ໂລກ​ຄຳປີ 2012 ​ແມ່ນ​ຖືກ​ມອບ​ໃຫ້ 10 ຄົນ ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ວິທະຍາສາດ, ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຢີ.

ຂ່າວ/ບົດ​ອື່ນ