ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ພ້ອມກັນເຄົາລົບທຸງຊາດຂອງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊີນທ່ານນາຍົກລັດຖະມົນຕີ Hun Manet  ຍ່າງກວດກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ.
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(ພາບ: Trọng Phú/VOV)

ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Moha Bovor Thipadie Hun Manet ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 11 – 12 ທັນວາ 2023 ຕາມພິທີສະຫງວນໃຫ້ຜູ້ນຳລັດຖະບານຕ່າງປະເທດມາ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ Hun Manet  ໃນຖານະຕຳແໜ່ງໃໝ່, ເປັນການປະກອບສ່ວນເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດ ກຳປູເຈຍ - ຫວຽດນາມ.

        ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ພ້ອມກັນເຄົາລົບທຸງຊາດຂອງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊີນທ່ານນາຍົກລັດຖະມົນຕີ Hun Manet  ຍ່າງກວດກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ. ນາຍົກລັດຖະມົນຕີ ສອງທ່ານໄດ້ແນະນຳບັນດາສະມາຊິກຄະນະຜູ້ແທນຂັ້ນສູງສອງປະເທດທີ່ເຂົ້າຮ່ວມພິທີ; ເປັນສັກຂີພິຍານພິທີສະແດງກຳລັງຂ່ຳນັບຮັບຕ້ອນຂອງກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ.

        ພາຍຫຼັງພິທີ, ຕ້ອນຮັບນາຍົກລັດຖະມົນຕີ ສອງທ່ານໄດ້ດຳເນີນການເຈລະຈາ. ກ່ອນການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ນາຍົກລັດຖະມົນຕີ Hun Manet ໄດ້ພ້ອມກັນຢ້ຽມຊົມການວາງສະແດງຮູບພາບກ່ຽວກັບປະເທດຊາດ, ປະຊາຊົນ ແລະ ການພົວພັນອັນດີງາມລະຫວ່າງ ຫວຽດນາມ - ກຳປູເຈຍ ໂດຍຫ້ອງວ່າການລັດຖະບານ ສົມທົບກັນສຳນັກຂ່າວສານ ຫວຽດນາມ ປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ