ພິທີຖະຫວາຍທູບທຽນສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ

ພິທີຖະຫວາຍທູບທຽນສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ - ảnh 1
(​ພິ​ທີ​ຖ​ະ​ຫວາຍ​ທູບທຽນ​ສະ​ເຫຼີມ​ສະ​ຫຼອງ 126 ປີ​
ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ)

(vovworld) - ວັນ​ທີ 15/05, ຢູ່​ເຂດອະນຸສອນສະຖານປະ​ທານ​ໂຮ່​ຈິ​ມິນ ຢູ່​ບ້ານ ຊຽງ​ວາງ, ແຂວງ ຄຳ​ມ່ວນ, ພາກ​ກາງ​ລາວ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ໄດ້​ສົມ​ທົບ​ກັບ​ສະ​ມ​າ​ຄົມ​ໃຫຍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ຈັດ​ພິ​ທີ​ຖ​ະ​ຫວາຍ​ທູບທຽນ​ສະ​ເຫຼີມ​ສະ​ຫຼອງ 126 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ (19/05/1890 – 19/05/2016). ໂດຍຕາງ​ໜ້າ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ, ທ່ານ ຮ່​ວາງ​ຊວນ​​ຫາຍ, ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ເນັ້ນ​ໜັກ​ວ່າ, ຕອນ​ທີ່​ຍັງ​ມີ​ຊີ​ວິດ​ຢູ່, ຍາມ​ໃດ​ປະ​ທານ​ໂຮ່​ຈິ​ມິນ ກໍ​ເອົາ​ໃຈ​ໃສ່​​ເຖິງ​ການສ້າງ​ສາ, ເພີ່ມ​ພ​ູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ແບບ​ພິ​ເສດ, ​ຮ່ວມສຳ​ພັນ​ສູ້​ຮົບ​ລະ​ຫວ່າງ​ຫວຽດ​ນາມ - ລາວ. ທ່ານ ຮ່​ວາງ​ຊວນ​ຫາຍ ຢືນ​ຢັນ​ວ່າ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ລາວ ຍາມ​ໃດ​ກໍ​ສ​າ​ມັກ​ຄີ, ຮັກ​ສາ, ເສີມ​ຂະ​ຫຍາຍ​ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ຕາງ​ໜ້າ​ໃຫ້​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ - ຫວຽດ​ນາມ. ທ່ານເລ​ຂາ​ທີ​ການ​ໃຫຍ່​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ - ຫວຽດ​ນາມ, ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ, ເຄົາ​ລົບ​ນັບ​ຖື ແລະ ​ຂໍຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ປະ​ທານ​ໂຮ່​ຈິ​ມິນ, ເຊິ່ງ​ເປັນ​ເພື່ອນ​ມິດໃຫຍ່​ຂອງ​ປະ​ຊາ​ຊົນ​ລາວ, ເປັນ​ຜູ້ກໍ່​ຕັ້ງ ແລະ ເພີ່ມ​ພ​ູນ​ຄຸນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ