(VOVWORLD) - ຕອນບ່າຍວັນທີ 16 ກໍລະກົດ, ພິທີນຳສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ ກັບຄືນບ້ານເກີດເມືອງນອນ ໄດ້ດຳເນີນຢູ່ຫ້ອງການ MIA ອາເມລິກາ ປະຈຳ ຮ່າໂນ້ຍ.
ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink (ພາບ: qdnd.vn) |
ທີ່ພິທີ, ຜູ້ຕາງໜ້າ ຫວຽດນາມ ໄດ້ມອບອັດຖິທະຫານໜຶ່ງຊຸດໃຫ້ຜູ້ຕາງໜ້າ ອາເມລິກາ ໂດຍທິມຂຸດຄົ້ນອັດຖິໄດ້ຄົ້ນພົບໃນບັ້ນຊອກຫາຄັ້ງທີ 139. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink ໄດ້ຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນວຽກງານ MIA ຢ່າງຄົບຖ້ວນ, ມີປະສິດທິຜົນ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຊອກຫາ, ທ້ອນໂຮມອັດຖິທະຫານ ຫວຽດນາມ ທີ່ຫາຍສາບສູນ, ເສຍສະຫຼະຊີວິດໃນປາງສົງຄາມຢູ່ ຫວຽດນາມ ກໍ່ຄືແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.