ພິທີປະກາດສິນຄ້າຫວຽດນາມມີຄຸນນະພາບສູງປີ2014

ພິທີປະກາດສິນຄ້າຫວຽດນາມມີຄຸນນະພາບສູງປີ2014 - ảnh 1
ພິທີປະກາດສິນຄ້າຫວຽດນາມມີຄຸນນະພາບສູງປີ2014
photo:internet


 (vovworld)- ຕອນ​ຄຳ່​ວັນ​ທີ 25/2, ສະມາຄົມ​ວິ​ສາ​ຫະກິດ​ ຜະລິດ​ສິນຄ້າ​ທີ່ມີ​ຄຸນ​ນ​ະພາ​ບສູງ ຫວຽດນາມ ​ໄດ້​ປະກາດ ​ແລະ ​ເຊີດ​ຊູວິ​ສາ​ຫະກິດ 476 ​ແຫ່ງ ຍາດ​ໄດ້​ນາມມະຍົດ​ສິນຄ້າ​ຫວຽດນາມມີ​ຄຸນ​ນະພາ​ບສູງ​ປີ 2014 ​ໂດຍ​ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກ​ຄັດ​ເລືອກ. ພິທີ​ປະກາດ​ປີ​ນີ້ ມີ​ຫົວ​ຂໍ້​ວ່າ: “ບັນດາ​ມາດ​ຕະການ​ເພື່ອ​ເປັນ​ເຈົ້າ​ຕະຫລາດ​ໃຫມ່” ​ແມ່ນ​ບາດ​ລ້ຽວ​ເປັນ​ຂີດ​ໝາຍ​ບາ​ດກ້າວ​​ໃຫມ່ ພາຍຫລັງ 18 ປີ​ແຫ່ງ​ການ​ພັດທະນາ​ຂອງ​ລາຍການ​ດັ່ງກ່າວ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຜະລິດ​ສິນຄ້າ​ທີ່ມີ​ຄຸນ​ນ​ະພາ​ບສູງ ​ຫວຽດນາມພ້ອມ​ກັນ​ແບ່ງ​ປັນ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ການ​ສຳ​ພັດ​ກັບ​ຕະຫລາດ ອາ​ຊຽນ ​ໃນ​ປີ 2015, ບັນດາ​ກາລະ​ໂອກາດ​​ດຳ​ເນີນອາຊີບ, ປ່ຽນ​​ໃຫມ່​ການ​ປະດິດ​ສ້າງ ​ແລະ ສ້າງ​ໂຄງ​ປະກອບ​ການ​ດຳ​ເນີນ​ທຸລະ​ກິດ​ຄືນ​ໃຫມ່, ຈາກ​ນັ້ນ ຊອກ​ຫາ​ມາດ​ຕະການ​ເໝາະ​ສົມ​ທີ່​ສຸດ​ໃຫ້​ແກ່​ຕົນ​ເອງ ​ເພື່ອ​ສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ. ທ່ານ ຮີ່ງວັນ​ຫາຍ, ຜູ້ອຳນວຍການ​ບໍລິສັດ​ໝາກ​ໄມ້ ລອກ​ແຄງ ​​ໄດ້ແບ່ງປັນ​ວ່າ:

        “ສຳລັບ​ວິ​ສາ​ຫະກິດ ​ແລະ ຜູ້​ອຸປະ​ໂພ​ກບໍລິ​​​ໂພ​ກ​ແລ້ວ, ກາ​ໝາຍສິນຄ້າ​ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ ມີ​ຄວາມ​ໝາຍ​ທີ່​ສຸດ, ​ເປັນ​ການຕີ​ລາຄາ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ, ອິດ​ທິພົນ​ຊື່​ສຽງ​ຂອງ​ບໍ​ລິ​ສັດ. ​ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​ຮັບ​ກາ​ໝາຍ​ສິນຄ້າ​ນີ້, ບໍລິສັດ​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນຫລາຍ, ມີ​ກຳລັງ​ຫນູນ​​ຕື່ມ​ອີກເພື່ອ​ພັດທະນາ​ກວ່າ ​ແລະ ມີ​ເງື່ອນ​ໄຂ​​ເພື່ອເປີດ​ກວ້າງ​ຕະຫລາດ, ຊຸກຍູ້​ຕະຫລາດ​ພາຍ​ໃນປະ​ເທດ​ກໍ​ຄື​ການ​ສົ່ງ​ອອກ.”

        ທີ່​ພິທີ​ປະກາດ, ທ່ານ ຫງວຽນ​ກວນ, ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ວິ​ສາ​ຫະກິດ ຜະລິດ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບສູງ ຫວຽດນາ​ມ 17 ​ແຫ່ງ ​ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ປ່ຽນ​ໃຫມ່, ປະດິດ​ສ້າງ.

ຂ່າວ/ບົດ​ອື່ນ