ພິທີປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ແມ່ຍິງ ອາເມລິກາ ຜູ້ຕັ້ງໜ້າໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດສີສົ້ມດີໂອຊີນ ຫວຽດນາມ

(VOVWORLD) -ທ່ານນາງ Susan, Hammod (ສັນຊາດ ອາເມລິກາ), ຜູ້ກໍ່ຕັ້ງທັງເປັນ ຜູ້ອໍານວຍການໂຄງການຂອງອົງການຈັດຕັ້ງ War Legacies Project (WLP) ຢູ່ຫວຽດນາມ.
ພິທີປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ແມ່ຍິງ ອາເມລິກາ ຜູ້ຕັ້ງໜ້າໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດສີສົ້ມດີໂອຊີນ ຫວຽດນາມ - ảnh 1 ທ່ານນາງ ຫງວຽນເຟືອງງາປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານນາງ Susan Hammod (ພາບ: TTXVN)

ວັນທີ 16 ເມສາ ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO)  ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານນາງ Susan Hammod (ສັນຊາດ ອາເມລິກາ), ຜູ້ກໍ່ຕັ້ງທັງເປັນ ຜູ້ອໍານວຍການໂຄງການຂອງອົງການຈັດຕັ້ງ War Legacies Project (WLP) ຢູ່ຫວຽດນາມ. ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ຕີລາຄາວ່າ “ໃນຕະຫຼອດໄລຍະກວ່າ 20 ປີຜ່ານມາ, ບັນດາໂຄງການໂດຍທ່ານນາງ Susan ແລະ ອົງການ WLP ສ້າງຂຶ້ນ ແລະ ຈັດຕັ້ງປະຕິບັດ, ບໍ່ພຽງແຕ່ນໍາມາເຊິ່ງບັນດາການຊ່ວຍໜູນອັນແທດຈິງໃຫ້ແກ່ຜູ້ຊົມໃຊ້ຜົນປະໂຫຍດເທົ່ານັ້ນ, ຫາກຍັງມີຄວາມໝາຍພິເສດໃນການຮໍາບາດແຜສົງຄາມອີກດ້ວຍ..” ແລະ ນີ້ແມ່ນລາງວັນທີ່ສູງສົ່ງທີ່ສຸດ ຂອງປະທານ ສສ.ຫວຽດນາມ ທີ່ສະຫງວນໃຫ້ບັນດາອົງການ, ສ່ວນບຸກຄົນທີ່ມີການປະກອບສ່ວນຕັ້ງໜ້າໃຫ້ແກ່ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ບັນດາປະເທດໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ