ພິທີມອບລາງວັນ ໂຮ່ຈິມີນ ແລະ ລາງວັນລະດັບລັດກ່ຽວກັບວິທະຍາສາດເຕັກໂນໂລຊີ


ພິທີມອບລາງວັນ ໂຮ່ຈິມີນ ແລະ ລາງວັນລະດັບລັດກ່ຽວກັບວິທະຍາສາດເຕັກໂນໂລຊີ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ ມອບລາງວັນໃຫ້ແກ່ບັນດາກິດຈະກຳດີເດັ່ນ
ພາບ:chinhphu.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 18/2 ຢູ່ ຮ່າ​ໂນ້ຍ, ສະພາ​ມອບລາງ​ວັນ ລະດັບລັດ ​ແລະ ກະຊວງ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີຈັດ​ຕັ້ງ ພິທີ​ມອບ​ລາງວັນ​ໂຮ່ຈິ​ມິນ ​ແລະ ລາງວັນລະດັບ​ລັດ​ ​ກ່ຽວກັບ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີປີ 2010. ພິທີມອບລາງວັນ​ໂຮ່ຈິ​ມິນ ​ແລະ ລາງວັນລະດັບ​ລັດ​ ​ກ່ຽວກັບ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ 5 ປີ​ເທື່ອ​ຫນຶ່ງ ​ເພື່ອຮັບ​ຮູ້, ​ເຊີດ​ຊູບັນດານັກວິທະຍາສາດ​, ​ບັນດາ​ກິດຈະກຳ​ວິ​ທະນາ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ດີ​ເດັ່ນ, ທີ່ມີ​ຄຸນຄ່າ​ສູງ​ໃນ​ຊີວິດ. ໃນ 32 ​ກິດຈະກຳ​ທີ່ໄດ້ຮັບລາງວັນໃນຄັ້ງ​ນີ້ມີ 12 ​ກິດຈະກຳໄດ້​ຮັບລາງວັນໂຮ່ຈິ​ມິ​ນ ​ແລະ ມີ 20 ​ກິດຈະກຳໄດ້​ຮັບ​​ລາງວັນ​ລະດັບ​ລັດ ເຊິ່ງຂຶ້ນ​ກັບ 5 ຂົງເຂດວິທະຍາສາດ​ທຳ​ມະ​ຊາດ, ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ວິທະຍາສາດ​ກະສິກຳ, ວິທະຍາສາດ​ເຕັກນິກ, ວິທະຍາສາດ ​ການ​ແພດ - ການ​ຢາ. ນີ້​ແມ່ນ​ບັນດາ​ກິດຈະກຳ​ທີ່​ດີ​​ເດັ່ນ, ມີ​ຄຸນຄ່າ​ສູງ​ທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສັງຄົມ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ວ່າ: ນັ້ນ​ແມ່ນ​ບັນດາ​ກິດຈະກຳ​ດີ​ເດັ່ນ​ພິ​ເສດ ​ແມ່ນ​ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ມາ​​ເປັນ​ເວລາ​ຍາວ​ນານ, ​ເປັນ​ການ​ອຸທິດ​​ພູ​ມປັນຍາ ​ແລະ ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ບັນດາ​ນັກວິ​ທະຍາ​ສາດ ທີ່​ໄດ້​ປະກອບສ່ວນ​ສຳຄັນ ​ແລະ ​ແທດ​ຈິງ​ຮັບ​ໃຊ້​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

“​ໃນ​ການ​ຕໍ່ຕ້ານ​ຕ້ານ​ສັດ​ຕູ​ຮຸກ​ຮານຄັ້ງຕ່າງໆ, ພັກ ​ແລະ ລັດ ຍາມ​ໃດ​ກໍ​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ, ​ມີ​ຄວາມເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ຖັນ​​ແຖວ​ພະນັກງານ​ວິ​ທະ​ຍາ​ສາດ​ທີ່​ສະຫລາດ​ສະຫຼຽວ, ມີ​ຫົວຄິດ​ປະດິດ​ສ້າງ, ກ້າຫານ, ມີ​ຫລາຍ​ກິດ​ຈະກຳ, ຜະລິດ​ຕະພັນ​ທີ່​ມີ​ຄຸນ​ຄ່າ​ສູງ, ເພື່ອຫນູນ​ຊ່ວຍ​ໃຫ້​ທະຫານ ​ແລະ ປະຊາຊົນ​ຫວຽດນາມ ຕີເອົາຊະນະ​​ສັດຕູ​​​ໂຕໃຫຍ່. ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ພັກ ​ແລະ ລັດ ຫວຽດນາມ ກໍ່ຢືນຢັນ​ເຖິງບົດບາດ​ສຳຄັນ, ລັດຖະນະ​ໂຍບາຍຕົ້ນຕໍ​ຂອງ​ວິທະຍາ​ດສາດ ​ແລະ ​ເຕັກ​ໂນ​​ໂລ​ຊີ. ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ​ໄດ້​ຢືນຢັນ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ 3 ຂອດ​ບຸກທະລຸ​ເພື່ອ​ພັດທະນາ​ປະ​ເທດ​ຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ