ພິທີມອບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ 2012

ພິທີມອບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ 2012 - ảnh 1
ພິທີ​ມອບ​ລາງວັນ​ຫົວຄິດ​ປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ
ຫວຽດນາມ ປີ 2012
ພາບ:internet


(vovworld) -   ຕອນ​ເຊົ້າ​ວັນ​ທີ 23/3 ຢູ່ ຮ່າ​ໂນ້ຍ ​ໄດ້​ໄຂ​ພິທີ​ມອບ​ລາງວັນ​ຫົວຄິດ​ປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ປີ 2012 (Vifotec) ​ແລະ ລາງວັນ WIPO ປີ 2012 ​ໂດຍ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການຈັດ​ຕັ້ງ​ຂຶ້ນ. ມີ 41 ນັກ​ປະສິດ​ສ້າງ ​ແລະ ຫນ່ວຍ​ປະດິດ​ສ້າງ ​ໄດ້​ຮັບ​ການ​ເຊີດ​ຊູ ​ແລະ ຮັບ​ລາງວັນ​ໃນ​ຄັ້ງ​ນີ້.  ​ແລະ​ກໍ​ໃນ​ໂອກາດ​ນີ້, ອົງກາ​ນຊັບ​ສິນ​ທາງ​ປັນຍາ​ໂລກ (WIPO) ມອບ 3 ລາງວັນ WIPO ​ໃຫ້​ແກ່​ວິ​ສາ​ຫະກິດ​ດີ​ເດັ່ນ​ໃນ​ການ​ນຳ​ໃຊ້​ລະບົບ​ຊັບ​ສິນ​ທາງ​ປັນຍາ​ເຂົ້າ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ກິດຈະກຳ​ດີ​ເດັ່ນ ​ແລະ ນັກ​ປະດິດ​ສ້າງ​ຍິງ​ດີ​ເດັ່ນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ດີ​ນ​ເທ​ຮີງ ຫົວຫນ້າ​ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງ ​ເນັ້ນ​ຫນັກ​ວ່າ:

        “ຜ່ານ​ການຈັດ​ຕັ້ງ​ມອບ​ລາງວັນເປັນ 18 ຄັ້ງ​ແລ້ວ, ບັນດາ​ກິດຈະກຳ​ຍາດ​ໄດ້​ລາງວັນ​ນັ້ນ ​ໄດ້​ປະກອບສ່ວນ​ແກ້​ໄຂ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຮີບ​ດ່ວນ​ຂອງ​ຊີວິດ, ການ​ຜະລິດ, ຢືນຢັນ​ຄວາມ​ເກັ່ງ​ກ້າ​ສາມາດ, ຫົວຄິດ​ປະດິດ​ສ້າງ​ຂອງ​ບັນດາ​ນັກວິທະຍາສາດ, ​​​ເຕັກ​ໂນ​ໂລ​ຊີ​ຂອງ​ຫວຽດນາມ. ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ລາງວັນ​ຫົວຄິດ​ປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ພ້ອມ​ທັງ​ສະ​ເຫ​ນີຄວນ​ເອົາ​ໃຈ​ໃສ່, ສົ່ງ​ເສີມ​ບັນດາ​ນັກວິທະຍາສາດ​ຊອກ​ຮູ້, ມີ​ຫົວຄິດ​ປະດິດ​ສ້າງ​ຫລາຍ​ຢ່າງ​ກ່ຽວ​ກັບ​ບັນດາ​ກິດຈະກຳ​ທີ່​ມີ​ລັກ​ນະ​ນະ​ໝູນ​ໃຊ້​ສູງ ​ແລະ ສາມາດ​ແກ້ງ​ແຍ້​ງກັບ​ຕະຫລາດ​ພາກ​ພື້ນ ​ແລະ​ໂລກ.”
ຂ່າວ/ບົດ​ອື່ນ