ພິທີລະນຶກ 33 ປີ ແຫ່ງວັນໄຊຊະນະ ລະບອບດັບສູນຢູ່ ກຳປູເຈຍ

ຕອນ​ເຊົ້າ​ວັນ​ທີ 7/1 ຢູ່ ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ, ສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ຫວຽດນາມ ພ້ອມ​ກັບ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ລະນຶກ 33 ປີ ​ແຫ່ງ​ວັນ​​ໄຊຊະນະ​ລະບອບດັບ​ສູນ​ຢູ່ ກຳປູ​ເຈຍ (7/1/1979 - 7/1/2012). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ​ ຫງວຽນ​ທິຢວານ ຮອງ​ປະທານ​ປະ​ເທດ​ຫວຽດນາມ, ທ່ານ ຫງວຽນ​ວັນນີ​ງ ຮອງ​ນາຍົກລັດຖະມົນຕີ, ທ່ານນາງ Men Sam On ຮອງ​ນາຍົກລັດຖະມົນຕີ ຜູ້ປະຈຳລັດຖະບານ​ກຳປູ​ເຈຍ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແລະ​ ທ່ານ Sam Than ຜູ້ຕາງຫນ້າ​ອຸປະ​ທູດ ສະຖານທູດ​ກຳປູ​ເຈຍ​ປະຈຳ​ຫວຽດນາມ. ນະ​ທີ່​ນີ້ ທ່ານ ຫວູໝາ​ວ ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ ​ແລະ ກຳປູ​ເຈ​ຍຊີ້​ແຈງ​ວ່າ: ​ໄຊຊະນະ​ປະຫວັດສາດ​ໃນ​ວັນ​ທີ 7/1/1979 ​ແມ່ນ​ໄຊຊະນະ​ຂອງ​ຄວາມ​ເປັນ​ທຳ, ຂອງ​ນ້ຳ​ໃຈ​ສາມັກຄີ​ສູ້​ຮົບ​ລະຫວ່າງ​ສອງ​ຊາດ ຫວຽດນາມ ​ແລະ ກຳປູ​ເຈຍ ທີ່​ມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ. ຕາງຫນ້າ​ໃຫ້​ປະຊາຊົນ​ກຳປູ​ເຈຍ, ທ່ານນາງ Men Sam On ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລີກ​ເຊິ່ງທີ່​ມີ​ຕໍ່​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ​ທີ່​ໄດ້​ສະຫນັບສະຫນູນ, ການຊ່ວຍ​ເຫລືອ​ອັນ​​ໃຫຍ່ຫລວງ​ໃຫ້​ແກ່​ກຳປູ​ເຈຍ​ໃນ​ທຸກ​ໄລຍະ​ຕໍ່ສູ້​ເພື່ອ​ປົດ​ປ່ອຍ​ຊາດ, ກູ້​ເອົາ​ປະຊາຊົນ ກຳປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກ​ລະບອບ​ດັບ​ສູນ. ທ່ານ​ນາງ Men Sam On ຢືນຢັນ​ວ່າ: ຫລັກ​ໝັ້ນ​ຂອງ​ລັດຖະບານ ​ແລະ ພັກ​ປະຊາຊົນ​ກຳປູ​ເຈຍ ​ແມ່ນ​ຕັດສິນ​ໃຈ​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ລະຫວ່າງ ກຳປູ​ເຈຍ ​ແລະ ຫວຽດນາມ. ​ເຂົ້າ​ຮ່ວມ​ພິທີ​ຍັງ​ມີ​ບັນດາ​ຜູ້​ແທນ​ຊຶ່ງ​ແມ່ນ​ທະຫານ​ອາສາ​ສະໝັກ, ຜູ້​ຊ່ຽວຊານ​ຫວຽດນາມ ທີ່​ໄດ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່ ກຳປູ​ເຈຍ. ​ເມື່ອ​ໄດ້​ພົບ​ປະ​ກັບ​ຜູ້​ຮ່ວມ​ກົມ​ກອງ, ພ້ອມ​ກັນ​ຫວນ​ຄືນ​ບັນດາ​ອະນຸສອນ​​ໃນ​ການ​ສູ້​ຮົບ​ເມື່ອ​ປີ 1979, ລຸງ ຮ່ວາງ​ຫງື ຊຶ່ງ​ແມ່ນ​ທະຫານ​ອາສາ​ສະໝັກ​ກອງ​ພົນ 4 ​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

        “ ຂ້າພະ​ເຈົ້າ​ຄິດ​ເຖິງ​​ແຕ່ລະໄລຍະ​ທາງ, ​ແຕ່​ລະ​ບັ້ນ​ຮົບ ຊຶ່ງ​ພວກ​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ, ຄິດ​ເຖິງ​ຄວາມ​ເສຍສະຫລະ​ອັນ​ຍືດ​ເຍື້ອຍາວ​ນານ, ຄວາມ​ຫຍຸ້ງຍາກ​ລຳບາກ​ຊຶ່ງ​ທະຫານ​ອາສາ​ສະໝັກ​ຫວຽດນາມ​​ໄດ້​ຜ່ານ​ຜ່າ. ຄຽງ​ຂ້າງ​ນັ້ນ ຂ້າພະ​ເຈົ້າ​ກໍ​ບໍ່​ອາດ​ຫລົງ​ລືມ​ອາລົມ​ຈິດ ລະຫວ່າງ​ທະຫານ, ປະຊາຊົນ​ຫວຽດນາມ ກັບ​ທະຫານ​ແລະ ປະຊາຊົນ​ກຳປູ​ເຈຍ. ນັ້ນ​ແມ່ນ​ອາລົມ​ຈິດ​ອ້າຍ​ນ້ອງ​ສະຫນິດ​ຕິດ​ພັນ​ຄື​ໃນ​ຄອບຄົວ​ຫນຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ