ພິທີລະນຶກເຖິງ 710 ປີແຫ່ງວັນ ພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານ

(VOVWORLD) - ວັນທີ 07 ທັນວາ, ຢູ່ສິມວັດ ອຽນຕື, ນະຄອນ ອວງບີ່, ແຂວງ ກ໋ວາງນິງ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ໄດ້ຈັດຕັ້ງພິທີລະນຶກເຖິງ 710 ປີແຫ່ງວັນພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານ (1308 - 2018). 
ພິທີລະນຶກເຖິງ 710 ປີແຫ່ງວັນ ພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານ - ảnh 1ພິທີລະນຶກເຖິງ 710 ປີແຫ່ງວັນ ພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານ 

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ພິທີລະນຶກເຖິງ 710 ປີແຫ່ງວັນພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ.ບັນດາຄຸນຄ່າດ້ານແນວຄວາມຄິດຂອງພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຍຸກສະໄໝໃໝ່, ແມ່ນປັດໄຈສຳຄັນເພື່ອປຸກລຸກມູນເຊື້ອຮັກຊາດຂອງປະຊາຊົນໃນທົ່ວປະເທດ. ພິທີລະນຶກເຖິງ 710 ປີແຫ່ງວັນພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານ ແມ່ນເຫດການທີ່ສຳຄັນ, ແມ່ນວັນບຸນຂອງພຸດທະສາສະນິກກະຊົນໃນທົ່ວປະເທດ ຢັ້ງຢືນທິດນຳເທດສະໜາທຳມະຮ່ວມເດີນທາງພ້ອມກັບປະເທດຊາດຂອງພຸດທະສາສະໜາ ຫວຽດນາມ. ປະກອບສ່ວນສ້າງສັງຄົມສີວິໄລ, ປະຊາຊົນອີ່ມໜຳສຳລານ.

ຕອບກັບ

ຂ່າວ/ບົດ​ອື່ນ