ພິທີສົ່ງທ່ານໝໍໜຸ່ມອາ ສາສະໝັກລົງເຮັດວຽກ ຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ


ພິທີສົ່ງທ່ານໝໍໜຸ່ມອາ ສາສະໝັກລົງເຮັດວຽກ ຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ - ảnh 1

(ພາບ: http://dantri.com.vn)

 (vovworld)- ວັນ​ທີ 21/2, ​ຢູ່​​ເມືອງ​ມູ່ກັງ​ຈ້າຍ, ກະຊວງ​ສາທາລະນະ​ສຸກ, ສູນ​ກາງ​ຄະນະຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ຈັດ​ ພິທີສົ່ງ “ທ່ານໝໍ​ໜຸ່ມ​ອາສາ​ສະໝັກ​ລົງ​ປະຕິບັດ​ວຽກງານ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ທະ​ເລ​ໝູ່​ເກາະ, ​ເຂດ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ພິ​ເສດ, ບຸລິມະ​ສິດ 62 ​ເມືອງ​ທຸກ​ຍາກ“.

  ​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຕອງ​ທິຟອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນຂອງ​ໂຄງການ​ສົ່ງ​ທ່ານໝໍ​ໜຸ່ມ​ໄປ​ເຮັດ​ວຽກ​ຢູ່​ບັນດາ​ບໍລິ​ເວນ​ທຸກ​ຍາກ​ແມ່ນ​ວຽກ​ງານ​ທີ່​ແທດ​ຈິງ ປະກອບສ່ວນ​ນຳ​ເຂດ​ພູດ​ອຍພັດທະນາ​ເທົ່າ​ທຽມ​ກັບ​ເຂດ​ທົ່ງພຽງ:

   “ຂ້າພະ​ເຈົ້າຊົມ​ເຊີຍ​ບັນດາ​ທ່າ​ນໝໍ​ໜຸ່ມ​ໄດ້​ໄປ​ເຮັດ​ວຽກ​ຢູ່​ເຂດ​ທຸກ​ຍາກ, ຂ້າພະ​ເຈົ້າຫວັງ​ວ່າ, ພວກ​ເພື່ອນ​ຈະ​ຕິດ​ພັນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ກັບ​ນນ້ຳໃຈ​ສະຫາຍ​ອ້າຍ​ນ້ອງ, ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ນຳ​ໜ້າ​ຂອງ​ໄວ​ໜຸ່ມ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ, ອຸທິດ​ສ່ວນກຳລັງ​ເຫື່ອ​ແຮງ, ພູມ​ປັນຍາ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ​ກໍ່​ຄື​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ“.

   ພາຍ​ຫລັງ​ຜັນ​ຂະຫຍາຍປະຕິບັດ​ມາ​ເປັນ​ເວລາ 1 ປີ, ມາ​ຮອດ​ປະຈຸ​ບັນ, ​ໂຄງການ “ສົ່ງທ່ານໝໍ​ໜຸ່ມ​ອາສາ​ສະໝັກ​ລົງ​ປະຕິບັດ​ວຽກງານ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ທະ​ເລ​ໝູ່​ເກາະ, ​ເຂດ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ພິ​ເສດ, ບຸລິມະ​ສິດ 62 ​ເມືອງ​ທຸກ​ຍາກ“ ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ທ່ານໝໍ​ໜຸ່ມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

 

ຂ່າວ/ບົດ​ອື່ນ