ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງໜັງສືພິມຜູ້ແທນປະຊາຊົນ

(VOVWORLD) - ຕອນເຊົ້າວັນທີ 24 ກັນຍາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງໜັງສືພິມຜູ້ແທນປະຊາຊົນ.
ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງໜັງສືພິມຜູ້ແທນປະຊາຊົນ - ảnh 1 ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງໜັງສືພິມຜູ້ແທນປະຊາຊົນ

ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຜູ້ຕາງໜ້າການນຳບັນດາກຳມາທິການຂອງສະພາແຫ່ງຊາດ ແລະ ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ.

       ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຝູງກວກຫຽນ ຊີ້ແຈ້ງວ່າ: ໜັງສືພິມຄວນສືບຕໍ່ເສີມຂະຫຍາຍການມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່ເພື່ອຮັບປະກັນການເຜີຍແຜ່ຖະແຫຼງຂ່າວກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນຢ່າງຄົບຊຸດ, ທັນການ, ລົງເລິກວິຊາ ແລະ ດູດດື່ມກ່ວາ. ພ້ອມກັນນັ້ນ, ໜັງສືພິມສືບຕໍ່ມີຫລາຍບົດທີ່ມີລັກສະນະໄຈ້ແຍກສູງ ແລະ ຕິດພັນກັບພຶດຕິກຳຕົວຈິງ, ຊີວິດການເປັນຢູ່, ສ່ອງແສງເຖິງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ.

       ທີ່ພິທີສະເຫຼີມສະຫຼອງ, ຕາງໜ້າການນຳພັກ, ລັດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 2 ໃຫ້ໜັງສືພິມຜູ້ແທນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ