ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ

ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ - ảnh 1

(vovworld) - ​​ ​​ເພື່ອ​ເປັນ​ການສະ​​ເຫຼີ​ມສະຫຼອງ 40 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອົດ​ສະ​ຕາ​ລີ, ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ Perth, ລັດ ອົດ​ສະ​ຕາ​ລີ ຕາ​ເວັນ​ຕົກ, ສົບ​ທົບ​ກັບ​ອຳນາດ​ການ​ປົກຄອງ​ເຂດ​ອົດ​ສະ​ຕາ​ລີ ​ເໜືອ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ ​ແລະ ມອບລະ​ມາດຫິນ​ທີ່​ລະນຶກພິທີ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 7/3 ​ໃນ​ຂອບ​ເຂດ​ການ​ຢ​້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເຂດ ອົດ​ສະ​ຕາ​ລີ ​ເໜືອ ຂອງທ່ານ​ຫົວໜ້າສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ Perth ​ເລ​ວຽດຢວຽນ. ການ​ຢ້ຽມຢາມ​ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 3-8/3. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຫົວໜ້າສະຖານກົງສູນ​ໃຫຍ່ ຫວຽດນາມ ເລ​ວຽດຢວຽນ ​ໄດ້​ຊີ້​ແຈ້ງ​ບັນດາ​ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໃນ 40 ປີຜ່ານມາ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ນັບ​ແຕ່​ເມື​່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ປີ 2009. ຕາມ​ທ່ານ​ຫົວໜ້າສະຖານກົງສູນ​ໃຫຍ່ ເລ​ວຽດຢວຽນ ​ແລ້ວ, ​ເລື່ອງ​ສ້າງ​ຕັ້ງ​ສະຖານກົງສູນ​​ໃຫຍ່ ຫວຽດນາມ ປະຈຳ Perth ​ໃນ​​ໄລຍະ​ນີ້ພິສູດ​ຢ່າງ​ຈະ​ແຈ້ງ​​ເຖິງ​ຄວາມ​ສຳຄັນ ​ແລະ ການ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພົວພັນ​ຂອງ 2 ປະ​ເທດ, ສ້າງ​ເງື່ອນ​ໄຂ​ເຮັດ​ໃຫ້ການ​ພົວພັນ 2 ຝ່າຍ​ເລິກ​ເຊິ່ງກ່ວາ​ອີກ ກັບ​ເລື່ອງ​ເພີ່ມ​ທະວີ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໃນ​ການ​ຮ່ວມ​ມື​ກັບ​ບັນດາ ລັດ ຂ​ອງ ອົດ​ສະ​ຕາ​ລີ. ​ເນື່ອງ​ໃນ​ເຫດການ​ນີ້, ທ່ານ​ຫົວໜ້າສະຖານກົງສູນ​ໃຫຍ່ ເລ​ວຽດຢວຽນ ​ໄດ້​ມອບ​​ມອບລະ​ມາດຫິນ​ພື້ນ​ເມືອງໃຫ້ເຂດ ອົດ​ສະ​ຕາ​ລີ ​ເໜືອ​ເພື່ອ​ເປັນ​ທີ່​ລະນຶກ.

ຂ່າວ/ບົດ​ອື່ນ