ພິທີສະເຫຼີມສະຫຼອງ 55ປີແຫ່ງວັນສ້າງ ເສັ້ນທາງໂຮ່ຈິມິນ


ພິທີສະເຫຼີມສະຫຼອງ 55ປີແຫ່ງວັນສ້າງ ເສັ້ນທາງໂຮ່ຈິມິນ - ảnh 1

 (ພາບ: Trọng Đức/TTXVN)

(vovworld)- ຕອນ​ເຊົ້າວັນ​ທີ 16/5, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຈັດ ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ເສັ້ນທາງ​ໂຮ່ຈິ​ມິນ-ວັນ​ມູນ​ເຊື້ອ​ທະຫານ​ເຈື່ອງ​ເຊີນ​ (19/5/1959-19/5/2014) ​ແລະ ຮັບ​ໃບ​ຈັດ​ອັນ​ດັບ​ເຂດ​ປູ​ສະ​ນີຍະສະ​ຖານ​ແຫ່ງ​ຊາດ​ພິ​ເສດ​ເສັ້ນທາງ​ເຈື່ອງ​ເຊີນ​-​ເສັ້ນທາງ​ໂຮ່ຈິ​ມິນ.

   ​ເມື່ອ​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ເສັ້ນທາງ​ເຈື່ອງ​ເຊີນ​ແຫ່ງ​ມະຫັດສະຈັນ, ທ່ານ​ພົນ​ຈັດຕະວາ​ໂດ້ຢາງນາມ, ຜູ້​ບັນຊາ​ການ​ພົນ​ລະ​ພາກ​ຫຼວງ 12 ຊື່​ງ​ແມ່ນ​ກົມ​ກອງ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ບົນ​ພື້ນຖານ​ຄະນະ 559 ທະຫານ​ເຈື່ອງ​ເຊີນ ຢັ້ງຢືນ​ວ່າ:

  “​​ເສັ້ນທາງ​ໂຮ່ຈິ​ມິນ ​ແມ່ນ​ການສະ​ແດງ​​ໃຫ້​ເຫັນ​ເຈດ​ຈຳນົງ​ຕັດສິນ​ໃຈ​ຍາດ​ເອົາ​​ໄຊະນະ, ຕັດສິນ​ໃຈ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​​ເອກະພາບຂອງ​ທົ່ວພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ. ຍ້ອນ​ມີ​ເສັ້ນທາງທາງ​ເຈື່ອງ​ເຊີນ​ລຳລຽງ​ສາຍ​ນີ້, ຫວຽດນາມ ​ໄດ້​ຂົນ​ສົ່ງ​ອາວຸດ, ລູກປືນ, ​ເຄື່ອງ​ອຸປະກອນ​ກ່ວາ 2 ລ້ານ​ໂຕນ ​ແລະ ສົ່ງ 2 ລ້ານ​ເທື່ອ​ຄົນ​ເຂົ້າອອກ​ສະໜາມຮົບ​ແຫ່ງ​ຕ່າງໆ. ສິ່ງ​ດັ່ງ​ກ່າວ​ໄດ້​ປ່ຽນ​ແປງ​ສະພາບ​ສະໜາມຮົບ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍາດ​ເອົາ​ໄຊຊະນະ​ເມື່ອ​ປີ 1975 “./.

  

ຂ່າວ/ບົດ​ອື່ນ