ພິທີສະເຫຼີມສະຫຼອງ 68 ປີແຫ່ງວັນການ ປະຕິວັດເດືອນສິງຫາ

ພິທີສະເຫຼີມສະຫຼອງ 68 ປີແຫ່ງວັນການ ປະຕິວັດເດືອນສິງຫາ - ảnh 1

(ພາບປະກອບ:xaluan.com)

(vovworld)-  ວັນ​ທີ 19/8, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽ​ດນາມ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນການ​ປະຕິວັດ​ເດືອນ​ສິງຫາ​ປະສົບ​ຜົນສຳ​ເລັດ (19/8/1945-19/8/2013). ວັນ​ທີ 19/8/1945 ​ແມ່ນ​ຂີດ​ໝາຍ​ປະ​ຫວັດສາດ​ອັນ​ສະຫງ່າ​ງລາສີ ​ໃນ​ວິວັດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດນັບ​ພັນໆ​ປີ​ຂອງ​ຊາດ​ຫວຽດນາມ. ​ເປັນຄັ້ງທຳ​ອິດ​ທີ່​ຊາດ​ໜ້ອຍຊາດ​ໜຶ່ງ​ໄດ້​ປົດ​ປ່ອຍ​ຕົນ​ເອງ​ອອກ​ຈາກ​ແອກ​ປົກຄອງ​ຂອງ​ຈັກ​ກະ​ພັດ​ລ່າ​ເມືອງ​ຂຶ້ນ ກາຍ​ເປັນ​ປະ​ເທດ​​ເອກະລາດ.

   ໜັງສືພິມ​ໃຫ່ຍຂອງ​ຫວຽດນາມ ສະບັບອອກ​ວັນ​ທີ 19/8 ​ໄດ້​ລົງ​ພິມ​ບັນດາ​ຂ່າວ, ບົດ​ກ່ຽວ​ກັບ​ຄວາມ​ໝາຍ​​ແຫ່ງປະຫວັດສາດ​ຂອງວັນການ​ປະຕິວັດ​ເດືອນ​ສິງຫາປີ 1945. ບົດ​ນຳ “ນ້ຳ​ໃຈການ​ປະຕິວັດ​ເດືອນ​ສິງຫາ​ໄດ້​ປຸກລະດົມ​ພວກ​ເຮົາ​ກ້າວ​ຂຶ້ນ“ ລົງ​ພິມ​ໃນ​ໜັງສືພິມ​ເຍິນ​ເຢີ​ນ ​ແປ່​ວ່າ ປຊຊ ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຢັ້ງຢືນ​ວ່າ: ​ໃນ​ຕະຫຼອດ​ໄລຍະ​​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັດ​ສາ​ປະ​ເທດ​ຊາດ​ນັບ​ພັນ​ປີ, ​ໄຊຊະນະ​ອັນ​ໃຫ່ຍຫຼວງ​ຂອງການ​ປະຕິວັດ​ເດືອນ​ສິງຫາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ປະຫວັດສາດ​ອັນ​ສ່າ​ຫງ່າ​ລາສີ​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ. ​ເພື່ອ​ສະ​ເຫຼີ​ມສະຫຼອງວັນການ​ປະຕິວັດ​ເດືອນ​ສິງຫາ​ສຳ​ເລັດ​ຜົນ, ທົ່ວ​ພັກ, ທົ່ວ​ປວງ​ຊົນ​ຕ້ອງ​ເສີມ​ຂະຫຍາຍ​ລັດທິ​ຮັກ​ຊາດ, ​ເຈດ​ຈຳນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ແລະ ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ອອກ​ແຮງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ​ຄັ້ງທີ 11 ຢ່າງ​ມີ​ໄຊ.

  ສ່ວນໜັງສືພິມ​ກວນ​ໂດ້ຍ​ເຍິນ​ເຢິນ ​ແປ່​ວ່າ​ກອງທັບ ປຊຊ ​ໄດ້​ລົງ​ພິມ​ບົດ​ນຳດ້ວຍ​ຫົວ​ຂໍ້​ວ່າ: “ນ້ຳ​ໃຈ​ການ​ປະຕິວັດ​​ເດືອນ​ສິງຫາ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່“ ​ໂດຍ​ຢັ້ງຢືນ​ວ່າ ​ໃນ​ຕະຫຼອດ​​ໄລຍະທາງ​ແຫ່ງ​ການ​ປະຕິວັດ​​ໃນ​ເກືອບ 70 ປີຜ່ານມາ, ບັນດາ​ແນວ​ຄິດ​ມີ​ຂອບ​ຂະໜາດ​ແຫ່ງ​ຍຸກ​ສະ​ໄໝ​ຂອງການ​ປະຕິວັດ​ເດືອນ​ສິງຫາຍັງຄົງ​ຮັກສາ​ຄຸນຄ່າ​​ເດີມ​ໄວ້​ໄດ້ ​ແລະ ​ໄດ້​ຮັບ​ການ​ໝູນໃຊ້, ພັດທະນາ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຜ່ານ​ໄລຍະ​ແຫ່ງ​ການ​ປະຕິວັດ​ຕ່າງໆ. ນ້ຳ​ໃຈ ​ແລະ ບັນດາ​ຜົນງານ​ອັນຍິ່ງ​ໃຫ່ຍ​ຂອງການ​ປະຕິວັດ​ເດືອນ​ສິງຫາ ຍາມ​ໃດ​ກໍ່​ແມ່ນ​ກຳລັງ​ໜູນ​ອັນ​ໃຫ່ຍຫຼວງ ປຸກລະດົມ​ທົ່ວ​ພັກ, ທົ່ວ​ກອງ​ທັບ ​ແລະ ທົ່ວ​ປວງ​ຊົນ​ຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ສືບ​ຕໍ່​ນຳພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ສ້າ​ງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່.

 

 

 

ຂ່າວ/ບົດ​ອື່ນ