ພິທີສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດຕ່າງໆ

(VOVWORLD) -ວັນທີ 25 ກໍລະກົດ, ຢູ່ນະຄອນຫຼວງປັກກິງ, ສະຖານທູດຫວຽດນາມ ປະຈຳປັກກິງ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ພິທີສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດຕ່າງໆ - ảnh 1 (ທ່ານເອກເອັກຄະລັດຖະທູດ ດັ້ງມິງຄອຍ ກໍໄດ້ມອບຂອງຂວັນໃຫ້

ຜູ້ຕາງໜ້າບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ມີຄຸນງາມຄວາມດີຕໍການປະຕິວັດ)

ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ໄດ້ພ້ອມກັບບັນດາຜູ້ແທນຫວນຄືນຊຸມວັນເດືອນປີປະຫວັດສາດໃນບັນດາບັ້ນສູ້ຮົບ ແລະ ພາລະກິດສ້າງສາ, ປົກປັກຮັກສາປະຊາຊາດໃນປະຈຸບັນ. ທ່ານເອກເອັກຄະລັດຖະທູດ ດັ້ງມິງຄອຍ ກໍໄດ້ມອບຂອງຂວັນໃຫ້ຜູ້ຕາງໜ້າບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ມີຄຸນງາມຄວາມດີຕໍການປະຕິວັດ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ປັກກິງ.

        ແລະກໍໃນວັນດຽວກັນ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Sihanovkville, ແຫ່ງລາຊະອານາຈັກກຳປູເຈຍ, ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານຫົວໜ້າສະຖານກົງສູນໃຫຍ່ ຫງວຽນເທ໋ເກື່ອງ ສະແດງຄວາມເຄົາລົບ, ເອກອ້າງຖະນົງໃຈ ແລະ ຂອບໃຈເຈດຈຳນົງ ແລະ ມານະຈິດຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີນ້ອງທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ກຳປູເຈຍ ເວົ້າລວມ ແລະ 6 ແຂວງທີ່ຂຶ້ນກັບຄວາມຮັບຜິດຊອບຂອງສະຖານກົງສູນເວົ້າສະເພາະ, ຍາມໃດກໍ່ເປັນແບບຢ່າງ, ເປັນເຈົ້າການ, ຜ່ານຜ່າຄວາມຫຍຸ້ງຍາກ ບໍ່ພຽງແຕ່ຮັບປະກັນຊີວິດການເປັນຢູ່ຕົນເອງເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າການພັດທະນາ ແລະ ນ້ຳໃຈມິດຕະພາບກັບປະຊາຊົນກຳປູເຈຍ ອ້າຍນ້ອງອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ