ພິທີສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ ຢູ່ ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 12 ມິຖຸນາ, ທີ່ຮ່າໂນ້ຍ ໄດ້ດຳເນີນພິທີສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ ໂດຍກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບສະຖານທູດ ລັດເຊຍ ປະຈຳ ຫວຽດນາມ ຈັດຕັ້ງ. 

ກ່າວຄຳເຫັນໄຂພິທີ, ທ່ານເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ K.V.Vnukov ໄດ້ເນັ້ນໜັກເຖິງຄວາມໝາຍຂອງວັນຊາດສະຫະພັນ ລັດເຊຍ (12/06) ແລະ ຢືນຢັນວ່າ ປະຊາຊົນ ຫວຽດນາມ ແລະ ລັດເຊຍ ຍາມໃດກໍ່ສະຫງວນອາລົມຈິດພິເສດໃຫ້ກັນ. ຍ້ອນສິ່ງດັ່ງກ່າວ, ການສົມທົບກັນກະທຳລະຫວ່າງ 2 ປະເທດໃນຂົງເຂດການເມືອງ, ເສດຖະກິດການຄ້າ, ວິທະຍາສາດເຕັກນິກ ແລະ ພົວພັນແລກປ່ຽນປະຊາຊົນ ກໍ່ມີໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ.

ພິທີສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ ຢູ່ ຫວຽດນາມ - ảnh 1 ພິທີສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ ຢູ່ ຫວຽດນາມ (ພາບ: VGP)

        ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ເນັ້ນໜັກວ່າ: ນີ້ຈະແມ່ນຂີດໝາຍຕໍ່ໄປ ເພື່ອຢັ້ງຢືນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອອັນໝັ້ນແກ່ນລະຫວ່າງ 2 ປະເທດ ຫວຽດນາມ - ລັດເຊຍ. ທ່ານກ່າວວ່າ:

ພາຍຫລັງ 25 ປີແຫ່ງການພົວພັນດ້ານການເມືອງລະຫວ່າງ ລັດເຊຍ - ຫວຽດນາມ ໄດ້ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ໃນລະດັບສູງ ດ້ວຍບັນດາການພົບປະຂັ້ນສູງລະຫວ່າງ 2 ປະເທດ. ການຮ່ວມມືດ້ານການຄ້າການລົງທຶນພັດທະນາກະໂດດຂັ້ນ ດ້ວຍເລື່ອງ ຫວຽດນາມ ກາຍເປັນປະເທດທຳອິດທີ່ເຊັນສັນຍາການຄ້າເສລີກັບພັນທະມິດເສດຖະກິດອາຊີ - ເອີຣົບ ຊຶ່ງໃນນັ້ນມີ ລັດເຊຍ ເປັນສະມາຊິກນຳໜ້າ. ພ້ອມກັບບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອຄືນ້ຳມັນອາຍແກັດ, ການສຶກສາບຳລຸງສ້າງ…ບັນດາຂົງເຂດຮ່ວມມືໃໝ່ພວມສືບຕໍ່ໄດ້ຮັບການເປີດກ້ວາງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ