ພິທີສະເຫລີມສະຫລອງ5ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-Bhutan

ພິທີສະເຫລີມສະຫລອງ5ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-Bhutan - ảnh 1
ທ່ານ ໂຕນ​ຊີງ​ແທ່ງເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ 


(vovworld)- ຕອນ​ບ່າຍ​ວັນ​ທີ 1/1, ຢູ່ ສຳ​ນັກ​ງານ ສະ​ຖານ​ທູດ​ຫວຽດ​ນາມ ຢູ່ ອິນ​ເດຍ, ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 5 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ Bhutan (19/1/2012-19/1/2017). ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ ທ່ານ ໂຕນ​ຊີງ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ຮັບ​ຜິດ​ຊອບ​ວຽກ​ງານ​ການ​ທູດຢູ່ Bhutan ແລະ Nepal ໄດ້​ເນັ້ນ​ຫນັກ​ວ່າ: ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ Bhutan ແມ່ນ​ເຫດ​ການ​ສຳ​ຄັນ, ເປັນ​ຂີດ​ໝາຍ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຕນ​ຊີງ​ແທງ ຢືນ​ຢັນ​ວ່າ: ຫວຽດ​ນາມ ແລະ Bhutan ລ້ວນ​ແຕ່​ມີ​ມໍ​ລະ​ດົກ ແລະ​ວັດ​ທະ​ນະ​ທຳ​ສາ​ສະ​ຫນາ​ອັນ​ໝັ້ນ​ຄົງ, ມີ​ຫລາຍ​ຈຸດ​ຄ້າຍ​ຄື​ກັນ ແລະ ລ້ວນ​ແຕ່​ແມ່ນ​ສອງ​ປະ​ເທດ​ຮັກ​ຫອມ​ສັນ​ຕິ​ພາບ. ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ແລະ ມີ​ທິ​ວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຫລາຍ​ແຫ່ງ. ນັບ​ມື້​ນັບ​ມີ​ຊາວ​ຫວຽດ​ນາມ ຫລາຍ​ຄົນ​ຢາກ​ໄປ​ຢ້ຽມ​ຢາມ Bhutan, ປະ​ເທດ​ມີ​ຄວາມ​ຜາ​ສຸກກວ່າ​ໝູ່​ໃນ​ໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ