ພິທີສະເໜີຕົວສະມາຄົມ ພຸດທະສາສະໜາ ຫວຽດນາມ ປະຈຳຍີ່ປຸ່ນ

ພິທີສະເໜີຕົວສະມາຄົມ ພຸດທະສາສະໜາ ຫວຽດນາມ ປະຈຳຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 05/10, ​ຢູ່​ນະຄອນຫຼວງ​ໂຕ​ກຽວ, ປະ​ເທດ​ຍີ່ປຸ່ນ ໄດ້​ຈັດພິທີ​ສະ​ເໜີ​ຕົວ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ປະຈຳ​ຍີ່ປຸ່ນ, ​ເຂົ້າ​ຮ່ວມ​ພິທີມີ​ຄະນະ​ຜູ້​ແທນ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ, ພະ​ອາຈານ​ມະຫາ Yoshimizu Daichi, ​ເຈົ້າອະທິການ​ວັດ Nisshinkutsu, ຜູ້ຕາງ​ໜ້າ​ສະຖານ​ທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ພ້ອມ​ກັບ​ພໍ​​ແມ່​ປະຊາຊົນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຍີ່ປຸ່ນ, ພຸດທະ​ສາສະ​ນິກກະ​ຊົນ ກວ່າ 500 ຄົນ.

        ການສ້າງ​ຄັ້ງ​ຕົວສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ປະຈຳ​ຍີ່ປຸ່ນ ​ໄດ້​ເປັນ​ຂີດ​ໝາຍບາດກ້າວ​ພັດທະນາ​ໃໝ່​ຂອງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ພ້ອມ​ທັງ​ແມ່ນຕອບ​ສະໜອງ​ຄວາມ​ຫວັງ​ຂອງ​ບັນດາ​ພຸດທະສາສະນິກກະ​ຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ.

        ກ່າວ​ຄຳ​ເຫັນ​ພາຍຫຼັງ​ພິທີ​ມອບ​ສິດ​ຕົກລົງ​ສ້າງ​ຕັ້ງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ປະຈຳ​ຍີ່ປຸ່ນ, ພະ​ອາຈານ​ມະຫາ ທິ໋ກ​ທ້ຽນ​ເຍີນ, ຜູ້​ຮັກສາການປະທານສະພາ​ບໍລິຫານງານ​ພຸດທະ​ສາສະໜາ​ຫວຽດນາມ ສະ​​ແດງ​ຄວາມ​ປາດ​ຖະໜາ​ວ່າ ສະມາຄົມ​ພຸດທະ​ສາສະໜາ​ຍີ່ປຸ່ນ ຈະ​ສືບ​ຕໍ່ສວນ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ 2 ຊາດ, ປະກອບສ່ວນ​ເຂົ້າ​ໃນ​ການພັ​ດທະນາ​ຂອງ​ພຸດທະ​ສາສະໜາຫວຽດນາມ.

ຂ່າວ/ບົດ​ອື່ນ