ພິທີເຊີດຊູບັນດາໝູ່ ຄະນະ ແລະ ສ່ວນບຸກ ຄົນປະກອບສ່ວນອະນຸ ລັກຮັກສາມໍລະດົກ ຂັບຊວານ

ພິທີເຊີດຊູບັນດາໝູ່ ຄະນະ ແລະ ສ່ວນບຸກ ຄົນປະກອບສ່ວນອະນຸ ລັກຮັກສາມໍລະດົກ ຂັບຊວານ - ảnh 1
ລາຍການສະແດງຂັບຊວານ
ພາບປະກອບ(ຈາກintetnet)

(vovworld) - ພິທີ​ເຊ​ີດຊູ ​ແລະ ຍ້ອງຍໍ​ບັນດາ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ທີ່​ມີ​ຜົນງານ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາ​ຍຄຸນຄ່າ​ມໍລະດົກ​ຂັບ​ຊວານ ຟູ​ທໍ້ ຖືກ​ດຳ​​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ  18/2 ຢູ່ ​ແຂວງ ຟູ​ທໍ້​. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອ​ນ​ໄຫວ​ຕົ້ນ​ຕໍ​ຂອງ​ລາຍການ “ກັບ​ຄືນ​ເມືອ​ເຂດ​ດິນ​ແດນ​​ແຫ່ງ​ງານ​ບຸນ, ກົກ​ເຄົ້າ​ເຫງົ້າ​ກໍ ຂອງ​ຊາດ​ຫວຽດນາມ” ປີ 2012 ​ແລະ ລາຍການ​ທ່ອງ​ທ່ຽວ​ກັບ​ຄືນ​ເມືອ​ແຫ່ງ ກົກ​ເຄົ້າ​ເຫງົ້າ​ກໍ ​ແລະ ​ເຊີດ​ຊູ​ຂັບ​ຊວານ ຟູ​ທໍ້.” ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ຂັບ​ຊວານ ຟູ​ທໍ້ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​​ເຕັມ​ໄປ​ດ້ວຍ​ລັກສະນະ​ສິລະ​ປະ ດ້ວຍ​ບັນດາ​ປັດ​​ໄຈ​ຄື: ສຽງ​ດົນຕີ, ສຽງ​ຂັບ ​ແລະ ການ​ຟ້ອນ. ບັນດາ​ໝູ່​ບ້ານ​ຂັບ​ຊວານ​ເດີມ ລ້ວນ​ແຕ່​ແມ່ນ​ໝູ່​ບ້ານ​ເກົ່າ​ແກ່ ຢູ່​ເຂດ​ໃຈກາງ​ປະ​ເທດ ວັນ​ລາງ ​ໃນ​​ເມື່ອ​ກ່ອນ, ສະ​ນັ້ນ ຂັບ​ຊວານ ​​ຮັກສາ​ໄດ້​ຫລາຍ​ປັດ​​ໄຈທາງ​ດ້ານ​ວັດທະນະທຳ​ເກົ່າ​​ໃນ​ໄລຍະ​ສ້າງ​ສາປະ​ເທດ​ຊາດ. ສະ​ນັ້ນ ຢູ່ ກອງ​ປະຊຸມ​ຂອງ UNESCO ຈັດ​ຂຶ້ນ​ຫວ່າງ​ມໍ່ໆ​ມາ​ນີ້ ຢູ່ ປະ​ເທດ ອິນ​ໂດ​ເນ​ເຊຍ, ສຳ​ເນົາ​ກ່ຽວ​ກັບ​ຂັບ​ຊວານ ​ຟູ​ທໍ້ ​ແມ່ນ​ສຳ​ເນົາ​ຫນື່ງດຽວ ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ຄະນະ​ກວດກາ. ​ແລະ ​ໃນ​ພິທີ​ເຊີດ​ຊູ​ຄັ້ງ​ນີ້ ມີ 7 ສ່ວນ​ບຸກຄົນ​ໄດ້​ຮັບ​ຫລຽນ​ກາ​ທີ່​ລະນຶກ ຮູ່ງ​ເວື​ອງ, 12 ໝູ່​ຄະນະ ​ແລະ 59 ສ່ວນ​ບຸກຄົນ ​ໄດ້​ຮັບ​ໃບ​ຍ້ອງຍໍ ​ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ໃນ​ການ​ອະນຸ​ລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ຂັບ​ຊວານ.

ຂ່າວ/ບົດ​ອື່ນ