ພິທີເປີດງານຕະຫຼາດນັດ ສາກົນກ່ຽວກັບສິນໃນ ນ້ຳຫວຽດນາມ ຄັ້ງທີ16


ພິທີເປີດງານຕະຫຼາດນັດ ສາກົນກ່ຽວກັບສິນໃນ ນ້ຳຫວຽດນາມ ຄັ້ງທີ16 - ảnh 1

(ພາບ​ປະ​ກອບ)

(vovworld)-​ຕອນ​ເຊົ້າ​ວັນ​ທີ 6/8, ງານ​ຕະຫຼາດ​ນັດດັ່ງ​ກ່າວ​ໄດ້​​ໄຂ​ຂຶ້ນ​ ​ຢູ່​ນະ​ຄອນ​ໂຮ​ຈິ​ມິນ ໂດຍ ສ​ະ​ຫະ​ສະ​ມາ​ຄົມປຸງ​ແຕ່ງ ແລະ ສົ່ງ​ອອກສິນ​ໃນ​ນ້ຳ ຫວຽດ​ນາມຈັດຕັ້ງໄດ້, ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ ວິ​ສາ​ຫະ​ກິດ ທັງພາຍ​ໃນ ແລະ ຕ່າງປະ​ເທດກ່​ວາ 170 ແຫ່ງ ​ດ້ວຍ​ຮ້ານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​​ສິນ​ໃນ​ນ້ຳ​ກ່​ວາ 300 ຮ້ານ. ໃນ​ນັ້ນ​ມີຫຼາຍ​ວິ​ສາ​ຫະ​ກິດ​​ທີ່ມາ​ຈາກ ຍີ່​ປຸນ, ອາ​ເມ​ລິ​ກາ, ໄທ, ສິງ​ກະ​ໂປ, ອິນ​ໂດ​ເນ​​ເຊຍ ແລະ ບັນ​ດາ​ປະ​ເທດ​​ເອີ​ຣົບ. ປະ​ຈຸ​ບັນ​ພວມ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​​ອັນ​ດັບ​ໜຶ່ງ  ຂອງ​ສິນ​ໃນ​ນ້ຳ​ຫວຽດ​ນາມ. ນີ້​ແມ່ນ​ກາ​ລະ​ໂອ​ກາດ ເພື່ອ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ ຊອກ​ຫາ​ຄູ່​ຮ່ວມ​ມື​ຕື່ມ​ອີກ, ເປີດ​ກ້​ວາງ​ຕະຫຼາດ ແລະ ຍູ້ແຮງ​ການ​ສົ່ງ​ອອກ, ສູ້​ຊົນ​​ນຳວົງ​ເງິນ​ການ​ຄ້າ ບັນ​ລຸ​ໄດ້ 7 ຕື້ USD ໃນ​ປີນີ້. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ງານ​ຕະຫຼາດ​ນັດ, ທ່ານ ເຈິ່ນ​ຕ໋ວນ​ແອງ ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມໃຫ້​ຄຳ​ໜັ້ນ​ສັນ​ຍາ​ວ່າ:

“ກະ​ຊວງອຸດ​ສາ​ຫະ​ກຳ​ການ​ຄ້າຢັ້ງ​ຢືນການ​ສະ​ໜັບ​ສະ​ໜູນ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມຂອງ​ສະ​ຫະ​ສະ​ມາ​ຄົມ​ສິນ​ໃນ​ນ້ຳ​ຫວຽດ​ນາມ, ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ພິ​ເສດ​ແມ່ນ​ຂອງ​ປະ​ຊາ​ຄົມວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ໂຄ​ສະ​ນາ ແລະ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ. ຜ່ານນັ້ນ​ແນ​ໃສ່​ພັດ​ທະ​ນາ​ຕະຫຼາດ​ສິນ​ໃນ​ນ້ຳ​ຫວຽດ​ນາມ​​ອອກ​ສູ່​ໂລກຢ່າງ​ໝັ້ນ​ຄົງ..”

ຂ່າວ/ບົດ​ອື່ນ