ພິທີເປີດສະຫຼອງໂຄງການເປີດກ້ວາງການຜະລິດບໍລິສັດເຫຼັກກ້າVina Kyoei

ພິທີເປີດສະຫຼອງໂຄງການເປີດກ້ວາງການຜະລິດບໍລິສັດເຫຼັກກ້າVina Kyoei - ảnh 1
ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ ​ໂຄງການ​
ເປີດ​ກ້ວາງ​ການ​ຜະລິດ​ບໍລິສັດ​ເຫຼັກ​ກ້າ Vina Kyoei

(vovworld) – ວັນ​ທີ 24/7, ຢູ່​ເຂດ​ອຸດສາຫະກຳ ຟູ໋ໝີ 1, ​ເມືອງ ​ເຕີນ​ແທ່ງ (​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ), ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ ​ໂຄງການ​ເປີດ​ກ້ວາງ​ການ​ຜະລິດ​ບໍລິສັດ​ເຫຼັກ​ກ້າ Vina Kyoei. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ຄວາມ​ປະສົບຜົນສຳ​ເລັດ​ຂອງ​ໂຄງການ​ເຫຼັກ​ກ້າ Vina Kyoei ພາຍຫລັງ​ເຄື່ອນ​ໄຫວເກືອບ 21 ປີ​ ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ໝາກຜົນ​ຂອງ​​ບັນດາ​ນັກ​ລົງທຶນ ຍີ່ປຸ່ນ ກໍ​ແມ່ນ​ໝາກຜົນ​ຂອງ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ຖື​ວ່າ: ລັດຖະບານ 2 ປະ​ເທດ ຫວຽກ​ນາມ ​ແລະ ຍີ່ປຸ່ນ ​ໄດ້​ເຊັນ​​ເອກະສານ​ຮ່ວມ​ມືຫລາຍ​ສະບັບ, ພິ​ເສດ​ໃນ​ຂົງ​ເຂດ​ອຸດສາຫະກຳ. ດ້ວຍ​ຄວາມ​ຊ່ວຍ​​ເຫຼືອຂອງ ຍີ່ປຸ່ນ, ​ໃນ​ອະນາຄົດ​ໃກ້ໆ​ນີ້, ອຸດສາຫະກຳ ຫວຽດນາມ, ພິ​ເສດ​ແມ່ນ​ຂົງ​ເຂດ​ປະດິດ​ເຄື່ອງ​ຈັກ​ຈະ​ມີ​ບາດກ້າວ​ພັດທະນາ. ທ່ານ​ປະທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ: ບໍລິສັດ Vina Kyoei ດ້ວຍ​ບົດບາດ​ເປັນ​ຄູ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ຈະ​ສືບ​ຕໍ່​ການເຄື່ອນ​ໄຫວ​ກັບ​ໂຄງການ​ຫາ​ກໍ​ໄດ້​ເປີດ​ສະຫຼອງ​ຢ່າງ​ມີ​ປະສິດທິ​ຜົນ; ພ້ອມ​ທັງ, ນຳ​ໂຄງການ​ເປີດ​ກ້ວາງ​ໄລຍະ 3 ​ເຂົ້າ​ການເຄື່ອນ​​ໄຫວ​ໂດຍ​ໄວ; ສ້າງ​ເປັນ​ລະບົບ​ໂຄງການ​ອຸດສາຫະກຳ - ບໍລິການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ ບ່າ​ເຣ້ຍ - ຫວູງ​ເຕົ່າ, ປະກອບສ່ວນ​ພັດທະນາ​ເສດຖະກິດຂອງ​ເຂດ.

ຂ່າວ/ບົດ​ອື່ນ