ພິທີໄວ້ອາໄລທ່ານອະດີດປະທານປະເທດເລດຶກແອັງຢູ່ຕ່າງປະເທດ

(VOVWORLD) -ຕອນເຊົ້າວັນທີ 3 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານປະເທດ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ນຳໂດຍທ່ານ ບນຍັງ ວໍລະຈິດ, ເລຂາທິການໃຫ່ຍ, ປະທານປະເທດ ສປປ ລາວ ເປັນຫົວໜ້າຄະນະ ໄດ້ໄປໄວ້ອາໄລ ແລະ ຂຽນໃສ່ປື້ມໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ ທີ່ນະຄອນຫຼວງວຽງຈັນ.
ພິທີໄວ້ອາໄລທ່ານອະດີດປະທານປະເທດເລດຶກແອັງຢູ່ຕ່າງປະເທດ - ảnh 1( ພິທີໄວ້ອາໄລຢູ່ສະຖານທຸດຫວຽດນາມ ປະຈຳຈີນ)

ຄະນະຜູ້ແທນຂອງຂະແໜງການຕ່າງໆຂອງລາວ ຫຼາຍຄະນະ ກໍ່ໄດ້ໄປໄວ້ອາໄລ ແລະ ຂຽນໃສ່ປື້ມໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ ເຊັ່ນດຽວກັນ.

   ໃນຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ສະຖານທູດຫວຽດນາມ ປະຈຳລາຊະອານາຈັກກຳປູເຈຍ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ. ບັນດາຄະນະຜູ້ແທນຂອງພັກ, ລັດຖະບານ ແລະ ປະຊາຊົນກຳປູເຈຍ ກໍ່ໄດ້ເຂົ້າໄວ້ອາໄລ.

  ເຂົ້າຮ່ວມພິທີໄວ້ອາໄລທີ່ສະຖານທູດຫວຽດນາມ ປະຈຳລາຊະອານາຈັກໄທ ມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຫງວຽນຫາຍບັ່ງ ພ້ອມດ້ວຍບັນດາພະລາກອນສະຖານທູດ, ບັນດາອົງການຜູ້ຕາງໜ້າ, ຜູ້ຕາງໜ້າຊາວຫວຽດນາມ ຢູ່ໄທ.

   ທ່ານ ດອນ ປະມຸດວິໄນ ລັດຖະມົນຕີການຕ່າງປະເທດໄທ, ອຸປະທູດຊົ່ວຄາວສະຖານທູດອາເມລິກາ ປະຈຳໄທ, ພ້ອມດ້ວຍບັນດາທ່ານເອກອັກຄະລັດຖະທູດປະເທດຕ່າງໆປະຈຳໄທ ກໍ່ໄດ້ເຂົ້າໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ.

  ທີ່ພິທີໄວ້ອາໄລຈັດຂຶ້ນຢູ່ສະຖານທູດຫວຽດນາມ ປະຈຳຈີນ, ທ່ານອຸປະທູດຊົ່ວຄາວຟານແທງບິນ ໄດ້ອ່ານບົດສະດຸດີ ສະແດງຄວາມໂສກເສົ້າເສຍດາຍຕໍ່ທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ ພ້ອມທັງຢັ້ງຢືນບັນດາການອຸທິດສ່ວນອັນໃຫ່ຍຫຼວງຂອງທ່ານທີ່ມີຕໍ່ພາລະກິດອັນສະຫງ່າລາສີຂອງພັກ, ລັດ ແລະ ກອງທັບຫວຽດນາມ.

  ແລະ ກໍ່ໃນວັນທີ 3 ພຶດສະພາ, ຢູ່ສະຖານທູດຫວຽດນາມ ປະຈຳບັນດາປະເທດ ອົດສະຕາລີ, ນິວຊີແລນ, ສິງກະໂປ, ລັດເຊຍ, ອິນເດຍ…..ກໍ່ໄດ້ຈັດພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລ ທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ. ຜູ້ຕາງໜ້າທູຕານຸທູດປະຈຳອິນເດຍຄື: ເອກອັກຄະລັດຖະທູດລາວ, ກູບາ, ລັດເຊຍ, ຕວກກີ…. ແລະ ບັນດາເຈົ້າໜ້າທີ່ອິນເດຍ, ເພື່ອນມິດສາກົນກໍ່ໄດ້ເຂົ້າໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ.

ຕອບກັບ

ຂ່າວ/ບົດ​ອື່ນ