​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ

(VOVWORLD) - ວັນທີ 6 ເມສາ (ກົງກັບວັນທີ 6 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ວິຫານເຈົ້າຊີວິດ ລາກລອງກວນ ແລະ ວິຫານພະແມ່ ເອົາເກີ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ນະຄອນ ຫວຽດຈີ່ ແຂວງ ຝູເທາະ ຂອງ ຫວຽດນາມ ໄດ້ດຳເນີນ ພິທີໄຫວ້ບູຊາເຈົ້າຊີວິດລາກລອງກວນ ແລະ ຖະຫວາຍຈູດທູບໃຕ້ທຽນຈາລຶກຄຸນງາມຄວາມດີຂອງພະແມ່ ເອົາເກີ. 
​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ - ảnh 1ບັນດາຜູ້ແທນໄດ້ຈູດທູບໃຕ້ທຽນ, ຖະຫວາຍດອກໄມ້, ເຄື່ອງຂອງບູຊາ ເພື່ອສະແດງຄວາມຮູ້ບຸນຄຸນ, ຈາລຶກຄຸນງາມຄວາມດີຂອງເຈົ້າຊີວິດ ລາກລອງກວນ (ພາບ: baophutho.vn)

ນີ້ແມ່ນຄື່ອນໄຫວເປີດສາກໃຫ້ແກ່ພິທີຕ່າງໆທີ່ຈະຈັດຂຶ້ນເນື່ອງໃນໂອກາດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2022. 

    ຢູ່ວິຫານບູຊາເຈົ້າຊີວິດ ລາກລອງກວນ ແລະ ວິຫານບູຊາພະແມ່ ເອົາເກີ, ໄດ້ດຳເນີນພິທີກຳຕ່າງໆດ້ວຍຄວາມເຄົາລົບ, ເຄັ່ງຂຶມຕາມປະເພນີ. ບັນດາຜູ້ແທນໄດ້ຈູດທູບໃຕ້ທຽນ, ຖະຫວາຍດອກໄມ້, ເຄື່ອງຂອງບູຊາ ເພື່ອສະແດງຄວາມຮູ້ບຸນຄຸນ, ຈາລຶກຄຸນງາມຄວາມດີຂອງເຈົ້າຊີວິດ ລາກລອງກວນ ແລະ ຂໍໝັ້ນໝາຍວ່າຈະສືບທອດມູນເຊື້ອຂອງຊາດ, ສາມັກຄີຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ປະກອບເຫື່ອແຮງ, ສະຕິປັນຍາ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

    ນອກຈາກການດຳເນີນພິທີກຳຕ່າງໆແລ້ວ, ຢູ່ທີ່ນີ້ຍັງໄດ້ຈັດກິດຈະກຳຕ່າງໆທີ່ເປັນມູນເຊື້ອຄື ການສະແດງສະລະປະຮັບໃຊ້ລາຍການທ່ອງທ່ຽວ; ການແຂ່ງຫໍ່ເຂົ້າຕົ້ມ ແລະ ຕ່ຳເຂົ້າໜົມໄຢແຂວງຝູເທາະ…

ຕອບກັບ

ຂ່າວ/ບົດ​ອື່ນ