ພົນຕີ Vo Van Tuan ຕ້ອນຮັບ ຜູ້ບັນຊາການກອງທັບເຮືອພາກຕາເວັນອອກອີນເດຍ


ພົນຕີ Vo Van Tuan ຕ້ອນຮັບ ຜູ້ບັນຊາການກອງທັບເຮືອພາກຕາເວັນອອກອີນເດຍ - ảnh 1
ກໍ່າປັ່ນກອງທັບເຮືອອີນເດຍ 
( ພາບ: chinhphu.vn )

( vovworld ) -   ຕອນ​ບ່າຍ​ວັນ​ທີ 22/5, ຢູ່​ສຳນັ​ກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ຕີ Vo Van Tuan, ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ ຮອງ​ພົນ​ເຮືອ​ເອກ Ajit Kumar,​ ຜູ້​ບັນຊາ​ການ​ກອງທັບ​ເຮືອ​ພາກຕາ​ເວັນ​ອອກ​ອີນ​ເດຍ ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽ​ດນາມ. ພົນ​ຕີ Vo Van Tuan ຢັ້ງຢືນ​ວ່າ, ການ​ຢ້ຽມຢາມ​ຂອງຮອງ​ພົນ​ເຮືອ​ເອກ Ajit Kumar ບໍ່​ພຽງ​ແຕ່​​ເພື່ອສືບ​ຕໍ​່ປະຕິບັດບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດສອງ​ຝ່າຍ ​ລະຫວ່າງສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ປະ​ກົດ​ການ​ຢ່າງ​ມີ​ຊີວິດ​ຊີວາ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ສອງ​ປະ​ເທດ​ຫວຽດນາມ - ອີນ​ເດຍ ​ເວົ້າ​ລວມ ​ແລະ ກ​ອງທັບ​ເຮືອ​ສອງ​ປະ​ເທດ​ເວົ້າ​ສະເ​ພາະ. ພົນ​ຕີ Vo Van Tuan ​ແລະ ຮອງ​ພົນ​ເຮືອ​ເອກ Ajit Kumar ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ​ເຮືອ​ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ຮ່ວມ​ມື​ອັນ​ດີງາມ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຢູ່​ແລ້ວ, ພ້ອມ​ທັງ​ພັດທະນາ​ການ​ຮ່ວມ​ມື​ໃນ​ບາງ​ຂົງ​ເຂດ​ໃໝ່ ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ​, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ລວມຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ