ພົນເອກຍິງຜູ້ທຳອິດຊີ້ນຳກອງບັນຊາການປ້ອງກັນອາກາດອາເມລິກາເໜືອ

ພົນເອກຍິງຜູ້ທຳອິດຊີ້ນຳກອງບັນຊາການປ້ອງກັນອາກາດອາເມລິກາເໜືອ - ảnh 1
ທ່ານ​ນາງ Lori J.Robinson
(ພາບ: AFP/TTXVN)

(vovworld) - ພົນ​ເອກ​ກອງ​ທັບ​ອາ​ກາດ ທ່ານ​ນາງ Lori J.Robinson ໄດ້​ກາຍ​ເປັນ​ພົນ​ເອກ​ຍິງ​ຄົນ​ທຳ​ອິດ​ຂອງ​ອາ​ເມ​ລິ​ກາ ​ຊີ້​ນຳກອງ​ບັນ​ຊາ​ການ​ຕໍ່​ສູ້​ພາຍ​ຫຼັງ​ທ່ານ​ນາງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ບັນ​ຊາ​ການປ້ອງ​ກັນ​ອາ​ກາດອາ​ເມ​ລິ​ກາ​ເໜືອ ແລະ ກອງ​ບັນ​ຊາ​ການ​ທິດ​ເໜືອ​ຂອງ​ປະ​ເທດນີ້ ທີ່​ຕັ້ງ​ທັບ​ຢູ່ Colorado. ທ່ານ​ນາງ Lori J.Robinson, ແມ່ນ 1 ໃນ​ຈຳ​ນວນພົນ​ເອກ​ຍິງ 2 ທ່ານ​ຂອງກອງ​ທັບ​ອາ​ກາດ​ອາ​ເມ​ລິ​ກາ, ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນດັ່ງ​ກ່າວ, ພາຍ​ຫຼັງ​ພິ​ທີ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 13/05, ຢູ່​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ Peterson ຢູ່ Colorado. ກ່າວ​ຄຳ​ ເຫັນ​ທີ່​ພິ​ທີ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ໄດ​້​ຍ້ອງ​ຍໍ​ພົນ​ເອກ​ຍິງ Lori J.Robinson ແມ່ນ​ນັກ​ຊ່ຽວ​ຊານ​ດ້ານ​ທິດ​ສະ​ດີ​ຍຸດ​ທະ​ສາດ ສາ​ມາດ​ຍົກ​ອອກ​ບັນ​ດາ​ຄຳ​ຕັດ​ສິນ​ເປັນ​ຕາຍ.

ຂ່າວ/ບົດ​ອື່ນ