(vovworld) – ຕອນເຊົ້າວັນທີ 13/7, ພົນໂທ Nguyen Chi Vinh, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ, ໄປຢ້ຽມຢາມສະຖານທູດ ສປປລາວ ປະຈຳຫວຽດນາມ ເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ( 18/7/1977 – 18/7/2012 ), 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ (5/9/1962 – 5/9/2012 ) ແລະ ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2012. ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ Nguyen Chi Vinh ໄດ້ຢືນຢັນວ່າ ບັນດາລຸ້ນໜຸ່ມຂອງສອງປະເທດຕ້ອງເຄົາລົບນັບຖື, ເພີ່ມພູນຄຸນສ້າງ, ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດເຊິ່ງບັນດາລຸ້ນຄົນກ່ອນໆໄດ້ສ້າງຂຶ້ນ. ສ່ວນທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ສົມພອນ ສີຈະເລີນ ໄດ້ຢືນຢັນວ່າ ຍາມໃດ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າກໍຈົດຈຳບຸນຄຸນ, ການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງພັກ, ລັດ ແລະ ກອງທັບປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ແກ່ປະເທດລາວ ໃນພາລະກິດຕໍສູ້ປົດປ່ອຍຊາດກ່ອນນີ້ ກໍຄືໃນໄລຍະສັນຕິພາບປະຈຸບັນ.