ພົນໂທ ຟານວັນຢາງ ຕ້ອນຮັບຮອງຜູ້ບັນຊາການກຳລັງປ້ອງກັນປະເທດນິວຊີແລນ

(VOVWORLD) -ວັນທີ 02 ສິງຫາ, ຢູ່ຮ່າໂນ້ຍ, ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບພົນຈັດຕະວາ Tony Davies, ຮອງຜູ້ບັນຊາການກຳລັງປ້ອງກັນປະເທດນິວຊີແລນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ພົນໂທ ຟານວັນຢາງ ຕ້ອນຮັບຮອງຜູ້ບັນຊາການກຳລັງປ້ອງກັນປະເທດນິວຊີແລນ - ảnh 1 ພົນໂທ ຟານວັນຢາງ ຕ້ອນຮັບພົນຈັດຕະວາ Tony Davies

(ພາບ: qdnd.vn)

ຢູ່ທີ່ນີ້, ພົນໂທ ຟານວັນຢາງ ຢືນຢັນວ່າ, ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ເໝາະສົມກັບບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມເມື່ອປີ 2013 ແລະ ການພົວພັນ “ຄູ່ຮ່ວມມືຮອບດ້ານ” ຫວຽດນາມ - ນິວຊີແລນ; ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງກອງທັບ 2 ປະເທດ.

        ສ່ວນພົນຈັດຕະວາ Tony Davies ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມ, ການປັບປຸງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເຊິ່ງປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ຍາດມາໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່. ພົນຈັດຕະວາ Tony Davies ເຊື່ອໝັ້ນວ່າ ບັນດາຜົນງານນັ້ນສືບຕໍ່ໄດ້ຮັບການພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ