ພົນໂທ ຫງວຽນຈິວິ້ງ ຕ້ອນຮັບທູດທະຫານອິນເດຍ ແລະ ອິດສະຣາແອນ

(VOVWORLD) -ວັນທີ 09 ກໍລະກົດ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບພັນເອກ PS Punia, ທູດທະຫານອິນເດຍ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມແລະ ພັນເອກ Varandan Kumar ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາຮັບໜ້າທີ່ເປັນທູດທະຫານອິນເດຍ ປະຈຳຫວຽດນາມ.

ພົນໂທ ຫງວຽນຈິວິ້ງ ຕ້ອນຮັບທູດທະຫານອິນເດຍ ແລະ ອິດສະຣາແອນ - ảnh 1 ພົນໂທ ຫງວຽນຈິວິ້ງ ຕ້ອນຮັບທູດທະຫານອິນເດຍ

(ພາບ: TTXVN)

ແລະ ພັນເອກ Varandan Kumar ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາຮັບໜ້າທີ່ເປັນທູດທະຫານອິນເດຍ ປະຈຳຫວຽດນາມ. ທີ່ການຕ້ອນຮັບ, ພົນໂທ ຫງວຽນຈິວິ້ງ ໄດ້ຕີລາຄາວ່າ ການພົວພັນດ້ານປ້ອງກັນຊາດ 2 ຝ່າຍຫວຽດນາມ - ອິນເດຍໃນໄລຍະຜ່ານມາ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນຢ່າງແທດຈິງ. ພົນໂທ ຫງວຽນຈິວິ້ງ ປາດຖະໜາວ່າ, ໃນຖານະຕຳແໜ່ງປະຕິບັດງານໃໝ່, ພັນເອກ PS Punia ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ກອງທັບ 2 ປະເທດໃຫ້ນັບມື້ນັບພັດທະນາ.

        ແລະກໍໃນຕອນເຊົ້າວັນດຽວກັນ, ພົນໂທ ຫງວຽນຈິວິ້ງ ໄດ້ໃຫ້ການຕ້ອນຮັບທ່ານ Taibel Yaakov, ທູດທະຫານອິດສະຣາແອນ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ ແລະ ທ່ານນາງ Bloria Hamama ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບດຳລົງຕຳແໜ່ງເປັນທູດທະຫານອິດສະຣາແອນ ປະຈຳຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ