ພົນໂທ ຫງວຽນຈິ໋ວິ້ງ ຕ້ອນຮັບອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ
ພົນໂທ ຫງວຽນຈິ໋ວິ້ງ, ຕ້ອນຮັບທ່ານ Michael Michalak,
ອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ
(ພາບ: qdnd.vn)
(vovworld) – ຕອນບ່າຍວັນທີ 27/01, ທ່ານພົນໂທ ຫງວຽນຈິ໋ວິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ໄດ້ໃຫ້ການຕ້ອນຮັບທ່ານ Michael Michalak, ອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ. ທີ່ການຕ້ອນຮັບ, 2 ຝ່າຍເຫັນດີຖືວ່າ, ປີ 2015, ເຊິ່ງແມ່ນປີສະເຫຼີມສະຫຼອງ 20 ປີແຫ່ງວັນຫັນການພົວພັນທາງການທູດລະຫວ່າງຫວຽດນາມ - ອາເມລິກາ ເປັນປົກກະຕິ, ແມ່ນຂີດໝາຍເພື່ອໃຫ້ 2 ປະເທດສືບຕໍ່ວິວັດການສ້າງຄວາມໄວ້ເນື້ອເຊື່ອໃຈ, ມຸ່ງໄປເຖິງການພົວພັນອັນດີງາມກວ່າໃນໄລຍະຈະມາເຖິງ. ພົນໂທ ຫງວຽນຈິ໋ວິ້ງ ແລະ ທ່ານ Michael Michalak ຕີລາຄາສູງການພົວພັນຄູ່ຮ່ວມມືຮອບດ້ານທີ່ພວມພັດທະນາລະຫວ່າງ 2 ປະເທດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດທີ່ນັບມື້ນັບບັນລຸປະສິດທິຜົນ. 2 ຝ່າຍໄດ້ສະແດງຄວາມປາດຖະໜາວ່າ ຈະຢາກສືບຕໍ່ພ້ອມກັນມານະພະຍາຍາມປະຕິບັດບັນດາເນື້ອໃນຮ່ວມມືບົນພື້ນຖານບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໄດ້ລົງນາມເມື່ອປີ 2011, ພ້ອມທັງເອົາໃຈໃສ່ເຖິງບັນດາການເຄື່ອນໄຫວກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.