ພົນໂທຫງວຽນຈິ໋ວິ້ງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ

(VOVWORLD) -ຕອນບ່າຍວັນທີ 23 ເມສາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດນິວຊີແລນ ປະຈຳຫວຽດນາມ Wendy Matthews.

ພົນໂທຫງວຽນຈິ໋ວິ້ງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ - ảnh 1 ພົນໂທຫງວຽນຈິ໋ວິ້ງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ

(ພາບ: dangcongsan.vn)

ພົນໂທ ຫງວຽນຈິ໋ວິ້ງ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນການຮ່ວມມືດ້ານປ້ອງກັນຊາດກັບນິວຊີແລນ ແລະ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຄວນນຳການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃຫ້ແທດຈິງກວ່າອີກ, ເອົາໃຈໃສ່ເປັນພິເສດໃນບັນດາຂົງເຂດການສຶກສາ - ບຳລຸງສ້າງ, ອຸດສາຫະກຳປ້ອງກັນປະເທດ… ພົນໂທ ຫງວຽນຈິ໋ວິ້ງ ຢືນຢັນວ່າ, ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະແລກປ່ຽນກັບຝ່າຍນິວຊີແລນ ເພື່ອແນໃສ່ຊອກຫາບັນດາມາດຕະການເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ.

      ສ່ວນທ່ານເອກອັກຄະລັດຖະທູດ Wendy Matthews ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຫວຽດນາມ - ນິວຊີແລນ. ທ່ານເອກອັກຄະລັດຖະທູດສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມື ແລະ ໜູນຊ່ວຍຈາກກະຊວງປ້ອງກັນປະເທດຫວຽດນາມ ໃນເລື່ອງຊຸກຍູ້ການພົວພັນດ້ານປ້ອງກັນຊາດ 2 ຝ່າຍ, ພ້ອມທັງຢືນຢັນວ່າ ໃນຖານະຕຳແໜ່ງຂອງຕົນຈະມານະພະຍາຍາມປະກອບສ່ວນນຳການພົວພັນດ້ານປ້ອງກັນຊາດນິວຊີແລນ - ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ