ພົນໂທຫງວຽນຈິ໋ວິ້ງພົບປະກັບຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ,ອາຍຸການ2017-2020

(VOVWORLD) -ຕອນບ່າຍວັນທີ 26 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ມີການພົບປະກັບຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ, ອາຍຸການ 2017-2020. 

ພົນໂທຫງວຽນຈິ໋ວິ້ງພົບປະກັບຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ,ອາຍຸການ2017-2020 - ảnh 1

ພົນໂທຫງວຽນຈິ໋ວິ້ງພົບປະກັບຫົວໜ້າບັນດາ

ອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ 

(ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະ, ພົນໂທ ຫງວຽນຈິ໋ວິ້ງ ໄດ້ອວຍພອນໃຫ້ບັນເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູງໃຫຍ່ທີ່ຫາກໍໄດ້ຮັບການແຕ່ງຕັ້ງຈົ່ງປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ສຳເລັດຜົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການຍົກສູງທີ່ຕັ້ງຂອງຫວຽດນາມ ບົນເວທີປາໄສສາກົນ, ນຳບັນດາອົງການຜູ້ຕາງໜ້າດ້ານການທູດຂອງຫວຽດນາມ ປະຈຳຕ່າງປະເທດໃຫ້ກາຍເປັນຂົວເຊື່ອມຕໍ່, ຊຸກຍູ້, ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ກັບປະເທດຕ່າງໆ. ພົນໂທ ຫງວຽນຈິ໋ວິ້ງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ ກັບປະເທດຕ່າງໆຢ່າງແທດຈິງ, ເລິກເຊິ່ງ, ສະຖຽນລະພາບ ແລະ ໝັ້ນຄົງ, ໃຫ້ບຸລິມະສິດໃນການຮ່ວມມືປ້ອງກັນຊາດກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ບັນດາປະເທດໃຫຍ່…

ຕອບກັບ

ຂ່າວ/ບົດ​ອື່ນ