ພົບ​ປະ​ແລກ​ປ່ຽນ “ຕຳຫຼວດ​ທະ​ເລ ຫວຽດ​ນາມ ກັບ​ບັນ​ດາ​ເພື່ອນ​ມິດສະ​ຫາຍ”

(VOVWORLD) -“ຮ່ວມແຮງຮ່ວມໃຈເພື່ອເຂດທະເລແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ” ແມ່ນສານເຊິ່ງລາຍການດັ່ງກ່າວຢາກຝາກເຖິງບັນດາປະເທດທີ່ມີທະເລ; ສ່ວນບຸກຄົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງທະເລ.

ຕອນຄ່ຳວັນທີ 10 ທັນວາ, ຢູ່ຫໍປະຊຸມຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ດຳເນີນລາຍການພົບປະແລກປ່ຽນ “ຕຳຫຼວດທະເລ ຫວຽດນາມ ແລະ ບັນດາເພື່ອນມິດສະຫາຍ”. ເຂົ້າຮ່ວມລາຍການດັ່ງກ່າວ ມີທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ພົນໂທ ຫງວຽນເຕິນເກືອງ, ຫົວໜ້າກອງເສນາທິການໃຫຍ່-ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມດ້ວຍຜູ້ແທນມາຈາກຄະນະ, ກະຊວງ, ຂະແໜງການຕ່າງໆຢູ່ຂັ້ນສູນກາງ ແລະ ບາງແຂວງ, ນະຄອນແຄມທະເລ. ພິເສດແມ່ນມີການເຂົ້າຮ່ວມຂອງກຳລັງປະຕິບັດກົດໝາຍຢູ່ທະເລມາຈາກ 6 ປະເທດຄື: ຈີນ, ອິນໂດເນເຊຍ, ກຳປູເຈຍ, ຟີລິບປິນ, ໄທ ແລະ ທູດທະຫານ ມາເລເຊຍ ປະຈຳ ຫວຽດນາມ.

“ຮ່ວມແຮງຮ່ວມໃຈເພື່ອເຂດທະເລແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ” ແມ່ນສານເຊິ່ງລາຍການດັ່ງກ່າວຢາກຝາກເຖິງບັນດາປະເທດທີ່ມີທະເລ; ສ່ວນບຸກຄົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງທະເລ. ພິເສດແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ ຂອງບັນດາປະເທດເຂົ້າຮ່ວມລາຍການ.

ຕອບກັບ

ຂ່າວ/ບົດ​ອື່ນ