ພິພາກສາຄະດີເຄື່ອນໄຫວເພື່ອໂຄ່ນລົ້ມ ອຳນາດການປົກຄອງປະຊາຊົນ

ພິພາກສາຄະດີເຄື່ອນໄຫວເພື່ອໂຄ່ນລົ້ມ      ອຳນາດການປົກຄອງປະຊາຊົນ - ảnh 1
ສານພິພາກສາ
ພາບ:thanhnien.com


(vovworld)-  ວັນ​ທີ 28/1, ສານ​ປະຊາຊົນ​ແຂວງ ຟູ​ອຽນ ​ໄດ້​ດຳ​ເນີນ​ການພິພາກສາ​ຈຳ​ເລີຍ 22 ຄົນ ຂອງ ສະພາ ກົງລວດ​ກົງ​ອານ ​ເບຍ​ເຊີນ ​(công luật công án Bia Sơn) ​ໂດຍ ຟານ​ວັນ​ທູ ​ເປັນ​ຫົວ​ໂປ່ ດ້ວຍ​ໂທດ “​ເຄື່ອ​ນ​ໄຫວ​ເພື່ອ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ປະຊາຊົນ. ຕາມ​ຄຳ​ປະກາດ​ກ່າວ​ໂທດ​ແລ້ວ, ນັບ​ແຕ່​ປີ 2003 ຮອດ​ເດືອນ 2/2012, ຢູ່​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ ດາ​ເບຍ (Đá Bia) ຂຶ້ນ​ກັບ​ກີ່ວ​ກ໋າ (Đèo Cả) ​ແຂວງ ຟູ​ອຽນ, ຟານ​ວັນ​ທູ ພ້ອມ​ກັບ​ຈຳ​ເລີຍ 21 ຄົນ ​ໄດ້​ສ້າງ​ຕັ້ງອົງການ​ການ​ເມືອງ​ທີ່​ມີ​ຊື່ວ່າ: ສະພາ ກົງລວດ​ກົງ​ອານ ​ເບຍ​ເຊີນ . ອົງການ​ນີ້​ເຄື່ອນ​ໄຫວພາຍ​ໃຕ້​ຮູບ​ການຂອງ​ວິ​ສາ​ຫະກິດ​ແຫ່ງ​ຫນຶ່ງທີ່​ດຳ​ເນີນ​ທຸລະ​ກິດໃນ​ຂົ​ງ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ ບົນ​ພື້ນຖານ​ໄດ້​ລົງ​ນາມ​​ໃນ​ສັນຍາ​ “ປົກ​ປັກ​ຮັກສາ, ລ້ຽງ, ປູກ​ປ່າ​ໄມ້​ຄືນ​ໃຫມ່” ກັບ​ຄະນະ​ຄຸ້ມ​ຄອງ​ປ່າ​ພິ​ເສດ ຢູ່ກີ່ວ​ກ໋າ ​ເພື່ອ​ກໍ່ສ້າງຖານ​ທີ່​ໝັ້ນ​ເປັນ​ສູນ​ບັນຊາ​ການ​ເຄື່ອນ​ໄຫວ. ອົງການ​ການ​ເມືອງ​ນີ້​ໄດ້​ເລືອກ​ເຟັ້ນວິທີ​ການ​ຕໍ່ສູ້​ສວຍ​​ໃຊ້​ປະຊາຊົນ​ເພື່ອ​ກໍ່​ຈະລາຈົນ,  ປະດິດ​ແຕ່ງ, ຮຽບຮຽງ​ເອກະສານ​ມີ​ເນື້ອ​ໃນ​ເສັກ​ສັນ​ປັ້ນ​ແຕ່ງ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ນອກ​ນັ້ນ ອົງການ​ນີ້ ຍັງ​ສ້າງ​ຂໍ້​ກຳນົດ, ກົດ​ລະບຽບ, ​ໂຄງການ​ການ​ເມືອງ​ເພື່ອ​ກຳນົດ​ທິດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ອົງການ, ຄາດ​ຄະ​ເນ​ອຳນາດ​ການ​ປົກຄອງ​ເພື່ອ​ໂຄ່​ນລົ້ມ​ອຳນາດ​ການ​ປົກຄອງ​ລັດ ຫວຽດນາມ ສ້າງ​ລັດ ດ້າຍ​ນາມ​ກີ​ນ​ເຈົາ (Đại Nam Kinh Châu) ​ໂດຍ ຟານ​ວັນ​ທູ ນຳ​ພາ.

ຂ່າວ/ບົດ​ອື່ນ