ພະ​ຍາດ​ອັກ​ເສບ​ປອດທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກສາຍ​ພັນ​ໃໝ່ (ຫຼື​ເຊື້ອ​ໄວ​ລັດ ໂຄ​ໂຣ​ນາ): WHO ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ ການ​ຕ​ິດ​​ແປດ ລະ​ຫວ່າງ ຄົນ​ກັບ​ຄົນ​ຢູ່ ນອກ​ປະ​ເທດຈ​ີນ

(VOVWORLD) -ເລື່ອງ ເຊື້ອຈຸລະໂລກສາຍພັນໃໝ່ ທີ່ເກີດຂຶ້ນຢູ່ ນະຄອນ ອູຫັ່ນ (ປະເທດຈີນ) ທີ່ຕິດແປດ ລະຫວ່າງ ຄົນກັບຄົນ ຢູ່ 3 ປະເທດ ເຢຍລະມັນ, ຫວຽດນາມ, ຍີ່ປຸ່ນ ແມ່ນສິ່ງທີ່ໜ້າວິຕົກກັງວົນ.

ພະ​ຍາດ​ອັກ​ເສບ​ປອດທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກສາຍ​ພັນ​ໃໝ່ (ຫຼື​ເຊື້ອ​ໄວ​ລັດ ໂຄ​ໂຣ​ນາ): WHO ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ ການ​ຕ​ິດ​​ແປດ ລະ​ຫວ່າງ ຄົນ​ກັບ​ຄົນ​ຢູ່ ນອກ​ປະ​ເທດຈ​ີນ - ảnh 1 ປະຊາຊົນຈີນໃສ່ຜ້າອັດປາດເພື່ອປ້ອງກັນ, ຕ້ານການຕິດແປດເຊື້ອຈຸລະໂລກສາຍພັນໃໝ່

(ພາບ: TTXVN)

ວັນທີ 29 ມັງກອນ, ອົງການອານາໄມໂລກ(WHO)ໄດ້ປະກາດວ່າ, ເລື່ອງ ເຊື້ອຈຸລະໂລກສາຍພັນໃໝ່ ທີ່ເກີດຂຶ້ນຢູ່ ນະຄອນ ອູຫັ່ນ (ປະເທດຈີນ) ທີ່ຕິດແປດ ລະຫວ່າງ ຄົນກັບຄົນ ຢູ່ 3 ປະເທດ ເຢຍລະມັນ, ຫວຽດນາມ, ຍີ່ປຸ່ນ ແມ່ນສິ່ງທີ່ໜ້າວິຕົກກັງວົນ ແລະ ວຽກນີ້ຈະໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານ ຂອງ WHO ເມື່ອຈັດກອງປະຊຸມກຸ່ມອີກຄັ້ງໜຶ່ງເພື່ອພິຈາລະນາວ່າ ຈະປະກາດ ສະພາບການສຸກເສີນທົ່ວໂລກຫຼືບໍ່?

        ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ Geneva ພາຍຫຼັງການຢ້ຽມຢາມຈີນ ມາເປັນເວລາ 2 ວັນ, ເມື່ອໄດ້ຖາມກ່ຽວກັບເລື່ອງ ເຫັນດີເປັນເອກະພາບສົ່ງ ກຸ່ມນັກຊ່ຽວຊານສາກົນໄປຍັງຈີນ, ທ່ານ Tedros Adhanom Ghereyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າກຸ່ມນີ້ລວມມີພະນັກງານ ຂອງ WHO ແລະ ບັນດາປະເທດຕ້ອງ ຍົກມີ “ການປຶກສາຫາລືສອງຝ່າຍ” ເພື່ອສົ່ງນັກຊ່ຽວຊານຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ