ພະນັກງານການແພດບໍລິຈາກເລືອດກູ້ເອົາຊີວິດຄົນ

(VOVWORLD) - ໃນສະພາບການໂລກພະຍາດ Covid-19 ພວມຜັນແປໄປຢ່າງສັບສົນນັ້ນ, ປະລິມານເລືອດທີ່ໄດ້ຮັບຈາກການບໍລິຈາກໄດ້ຫລຸດລົງຢ່າງແຮງ ມີພຽງແຕ່ປະມານ 60 ຖົງ/ວັນ (ຫລຸດລົງ 20 ເທົ່າ ເມື່ອທຽບໃສ່ລະດັບສະເລ່ຍຂອງເດືອນ ກຸມພາ ແມ່ນ 1.200 ຖົງ/ວັນ), 
ພະນັກງານການແພດບໍລິຈາກເລືອດກູ້ເອົາຊີວິດຄົນ - ảnh 1 ພະນັກງານການແພດບໍລິຈາກເລືອດກູ້ເອົາຊີວິດຄົນ (ພາບ: laodongthudo.vn)

ວັນທີ 12 ມີນາ, ຢູ່ ຮ່າໂນ້ຍ, ກຳມະບານ, ຄະນະຊາວໜຸ່ມກະຊວງສາທາລະນະສຸກ ຫວຽດນາມ ແລະ ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ໄດ້ຈັດຕັ້ງລາຍການບໍລິຈາກເລືອດໃນໝູ່ພະນັກງານ, ລັດຖະກອນ, ຊາວຜູ້ອອກແຮງງານ. ກະຊວງສາທາລະນະສຸກໄດ້ຈັດຕັ້ງການເຄື່ອນໄຫວນີ້ ມາໄດ້ຫລາຍປີແລ້ວ ແລະ ກໍ່ໄດ້ຈັດຕັ້ງຂຶ້ນທຸກປີ ໃນຈຸດເວລາທີ່ຂາດເລືອດ.

        ຕາມທ່ານຮອງລັດຖະມົນຕີກະຊວງວສາທາລະນະສຸກ ຫວຽດນາມ ໂດຊວັນຕວຽນ ແລ້ວ, ໄປຄຽງຄູ່ກັບວຽກງານປ້ອງກັນ, ຕ້ານໂລກພະຍາດ Covid-19, ບັນດາໂຮງໝໍຄວນສ້າງແຜນການນຳໃຊ້ເລືອດຢ່າງປະຢັດ ແລະ ເໝາະສົມກັບກໍລະນີຕ້ອງໄດ້ໃສ່ເລືອດ ເພື່ອຮັບປະກັນຄວາມປອດໄພໃຫ້ແຕ່ລະຄົນ. ພ້ອມກັນນັ້ນ, ບັນດາຮາກຖານສາທາລະນະສຸກຄວນສົມທົບກັບຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈຢູ່ທຸກຂັ້ນ ໃນວຽກງານໂຄສະນາ, ຂົນຂວາຍບັນດາໝູ່ຄະນະ, ບຸກຄົນເຂົ້າຮ່ວມບໍລິຈາກເລືອດ.

ຕອບກັບ

ຂ່າວ/ບົດ​ອື່ນ