ພະ​ມະຫາ​ອາຈານ ທິກ​ເຍິດ​ແຮ້ງ ມໍ​ລະ​ນະ​ພາບ ຢູ່ ວັດ ຕື​ຮຽວ, ແຂວງ​ເທື່ອ​ທຽນ - ​ເຫ້ວ

(VOVWORLD) -ພະມະຫາອາຈານ ທິກເຍິດແຮ້ງ ໄດ້ມໍລະນະພາບ ໃນເວລາ 0 ໂມງຂອງວັນທີ 22 ມັງກອນ ຢູ່ ວັດ ຕືຮຽວ, ແຂວງເທື່ອທຽນ - ເຫ້ວ, ລວມອາຍຸໄດ້ 96 ພັນສາ.

ພະມະຫາອາຈານ ທິກເຍິດແຮ້ງ ເກີດປີ 1926, ເປັນນັກບວດຢູ່ວັດ ຕືຮຽວ ແຕ່ປີ 1942, ຫຼັງຈາກນັ້ນ ເພີ່ນ ໄດ້ສ້າງຕັ້ງສູນເຜີຍແຜ່ສາສະໜາພຸດຢູ່ຝລັ່ງ ແລະ ຫຼາຍແຫ່ງຂອງບັນດາປະເທດຄື: ອາເມລິກາ, ເຢຍລະມັນ ແລະ ໄທ. ພາຍຫຼັງເຄື່ອນໄຫວທາງສາສະໜາຢູ່ຕ່າງປະເທດ ໄດ້ຫຼາຍປີ, ພະມະຫາອາຈານ ທິກເຍິດແຮ້ງ ໄດ້ກັບຄືນມາ ຫວຽດນາມ ຫຼາຍຄັ້ງ ເພື່ອ ເຄື່ອນໄຫວເຜີຍແຜ່ສາສະໜາ ພຸດ. ປີ 2017, ພະມະຫາອາຈານ ທິກເຍິດແຮ້ງ ໄດ້ກັບມາແຕ່ໄທ ແລ້ວມາຢູ່ ວັດຕືຮຽວ ຢູ່ນະຄອນເຫ້ວ ຈົນມາຮອດປັດຈຸບັນ.

ໃນຄາວຍັງມີຊີວິດຢູ່, ເພິ່ນແມ່ນພະມະຫາອາຈານ ຜູ້ນຳທາງສາດສະນາ ທີ່ມີຫຼາຍພັນສາ ແລະ ມີອິດທິພົນໃຫຍ່ຢູ່ທາງທິດຕາເວັນຕົກ ແລະ ມີຄວາມຕັ້ງໜ້າຊຸກຍູ້ສັນຕິພາບ. ພະມະຫາອາຈານ ທິກເຍິດແຮ້ງໄດ້ຮັບລາງວັນອັນສູງສົ່ງຫຼາຍລາງວັນ, ມີປຶ້ມຂຽນກ່ຽວກັບພຸດທະສາສະໜາ ແລະ ໄດ້ຂາຍດີທີ່ສຸດຢູ່ຫຼາຍປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ