ພາກກາງ ຊີຣີ ໄດ້ຮັບການປົດປ່ອຍ

(VOVWORLD) - ວັນທີ 21 ສິງຫາ, ທະຫານລັດຖະບານ ຊີຣີ, ດ້ວຍການໜູນຊ່ວຍຂອງກອງທັບອາກາດ ລັດເຊຍ, ໄດ້ດັບສູນກ່ວາ 200 ມືປືນຂອງກຳລັງ IS, ທີ່ພວມປະໜີໄປນະຄອນ Deir al – Zor ໃນບັ້ນຮົບດ້ານການທະຫານຢູ່ພາກກາງ ຊີຣີ. 
ພາກກາງ ຊີຣີ ໄດ້ຮັບການປົດປ່ອຍ - ảnh 1 ກອງທັບຊີຣີ ປົດປ່ອຍ Aleppo

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ນາຍພົນ Sergei Rudskoi, ຫົວໜ້າກົມໃຫຍ່ການສູ້ຮົບ ກົມເສນາທິການ ກອງທັບ ລັດເຊຍ ຢືນຢັນວ່າ: ບັ້ນຮົບປົດປ່ອຍພາກກາງ ຊີຣີ ອອກຈາກມືປືນ IS ໃກ້ຈະສຳເລັດແລ້ວ, ພ້ອມກັນນັ້ນບັ້ນຮົບຢຶດຄອງ Deir al – Zor ຄືນໃໝ່ ກໍ່ໄດ້ຮັບການຍູ້ແຮງຜ່ານ 3 ທິດບຸກໂຈມຕີ. ທ່ານ Rudskoi ຢືນຢັນວ່າ ການປົດປ່ອຍ Deir al – Zor ຈະແມ່ນໄລຍະສຸດທ້າຍຂອງກຳລັງ IS ຢູ່ ຊີຣີ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງບັນດາເຂດໃນການທີ່ຫລຸດຜ່ອນຄວາມເຄັ່ງຕຶງໃນບັ້ນຮົບຕ້ານ IS ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ