ພາກກາງຫວຽດນາມ ກຽມພ້ອມຮັບມືກັບ ພະຍຸ Utor ວັນຈັນ ທີ 12 ສິງຫາ ຄ.ສ. 2013 | 14:40:11 (ພາບ:vov.vn ) (vovworld)- ອຳນາດການປົກຄອງ ແລະ ປຊຊ ດຳລົງຊີວິດຢູ່ຕາມເກາະແຫ່ງຕ່າງໆທາງພາກກາງຫວຽດນາມ ພວມຕັ້ງໜ້າກະກຽມຮັບມືກັບສະພາບຄວາມດັນອາກາດຕ່ຳ ແລະ ພະຍຸ Utor. ມາຮອດຈຸດເວລານີ້, ເຮືອ ແລະ ກຳປັ່ນຫາປາຢູ່ໃກ້ຝັ່ງເກືອບທັງໝົດຂອງຊາວປະມົງເມືອງເກາະລີເຊີນ ແຂວງກວາງຫງ້າຍ ໄດ້ເຂົ້າບ່ອນຫລົບ ຫລີກພະຍຸ. ຄະນະຊີ້ນຳປ້ອງກັນ, ຕ້ານພະຍຸນ້ຳຖ້ວມເມືອງເກາະລີເຊີນ ໄດ້ປະກາດ ໃຫ້ບັນດາສະມາພັນອາຊີບຫາປາ ເພື່ອຂົນຂວາຍຊາວປະມົງຊັບຊ້ອນເຮືອ, ກຳປັ່ນ, ຫລີກເວັ້ນອຸບັດຕິເຫດເມື່ອເກີດລົມແຮງ, ພະຍຸ. ອຳນາດການປົກຄອງ ແລະ ປະຊາຊົນໃນເກາະຜັນຂະຫຍາຍການສະສົມທັນຍາຫານ ຮັບປະກັນການກິນຢ່າງພຽງພໍໃນເວລາ 1 ເດືອນໃນກໍລະນີເກີດຝົນຕົກ, ລົມແຮງໃນເວລາຍາວນານ. ທ່ານນາງຟ້າມທິເຮືອງ ຮອງປະທານຄະນະກຳມະການ ປຊຊ ເມືອງເກາະລີເຊີນ ແຂວງກວາງຫງ້າຍ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ສະສົມເຂົ້າສານ 45 ໂຕນ, ສ່ວນຢຸກຢາກໍ່ພຽງພໍແລ້ວ, ໂດຍສະເພາະແມ່ນຕາແສງເກາະອານບິງ ຖືກຕົກຢູ່ໂດດດຽວ. ທາງເມືອງມີໜ້າທີ່ຕິດຕາມການຜັນແປຂອງພະຍຸ, ມີວິທີປ້ອງກັນ ຕ້ານພະຍຸນ້ຳຖ້ວມ. ທີສອງແມ່ນຮັກສາການຕິດຕໍ່ພົວພັນກັບບັນດາເຮືອ, ກຳປັ່ນຫາປາບົນທະເລ “. Tag ພະຍຸ Utor ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ ລາຍການ “ຫວຽດນາມ - ສັງກາດບຸກບືນ” ຕ້ອງສົ່ງສານດ້ານຈິດໃຈຄວາມເອກອ້າງທະນົງໃຈຂອງຊາດ, ມີຄວາມເຊື້ອໝັ້ນຕົນເອງຮ່ວມເດີນທາງພ້ອມກັບໂລກ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສສົນທະນາການຮ່ວມມື ອາຊີ ຄັ້ງທີ 3
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ
ລາຍການ “ຫວຽດນາມ - ສັງກາດບຸກບືນ” ຕ້ອງສົ່ງສານດ້ານຈິດໃຈຄວາມເອກອ້າງທະນົງໃຈຂອງຊາດ, ມີຄວາມເຊື້ອໝັ້ນຕົນເອງຮ່ວມເດີນທາງພ້ອມກັບໂລກ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ