ພາຍຸNidaພັດເຂົ້າແຂວງກວາງຕູງຂອງຈີນ

ພາຍຸNidaພັດເຂົ້າແຂວງກວາງຕູງຂອງຈີນ - ảnh 1
ພາບ​ປະ​ກອບ:internet

(vovworld)- ອົງ​ການ​ພະ​ຍາ​ກອນ​ອາ​ກາດ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ ຕອນ​ເຊົ້າ​ວັນ​ທີ 2/8 ພາ​ຍຸ Nida ໄດ້​ພັດ​ເຂົ້າ​ແຫລ​ມ ດາ​ແປງ ນະ​ຄອນ ເຊີນ​ເຈີນ ​ແຂວງກວາງ​ຕູງ ພາກ​ໃຕ້​ຂອງ​ຈີນ. ກຳ​ລັງ​ແຮງ​ຂອງ​ພາ​ຍຸ​ລູກນີ້ ແມ່ນ​ຂຶ້ນ​ເຖິງ 151,2 ກິ​ໂລ​ແມັດ/ຊົ່ວ​ໂມງ ແລະ ພວມ​ພັດໄປ​ຕາມ​ທິດ​ຕາ​ເວັນ​ຕົກ​ສ່ຽງເຫນືອ ດ້ວຍ​ຄວາມ​ໄວ 25 ກິ​ໂລ​ແມັດ/ຊົ່ວ​ໂມງ. ອົງ​ການ​ພະ​ຍາ​ກອນ​ອາ​ກາດ ແຂວງ ກວາງ​ຕູງ ພະ​ຍາ​ກອນ​ວ່າ ພາ​ຍຸ​ດັ່ງ​ກ່າວ​ຈະ​ພັດ​ຖະ​ຫລົ່ມ​ຜ່ານ​ນະ​ຄອນຈຳ​ນວນ​ຫນຶ່ງ. ກ່ອນ​ຫນ້ານັ້ນ ຈີນ ໄດ້​ດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ​ເພື່ອ​ປ້ອງ​ກັນ ແລະ ຕ້ານ​ພາ​ຍຸ Nida. ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ບັນ​ເທົາ​ໄພ​ທຳ​ມະ​ຊາດ​ຂອງ​ຈີນ ໄດ້​ຮຽກ​ຮ້ອງ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ ຕ້ອງ​ແຮ​ໄວ້ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ນຳ​ໃຊ້​ໃນ​ເວ​ລາ 3 ວັນ ພ​້ອມ​ທັງ​ໃຫ້ຮູ້​ວ່າ ຈະ​ດຳ​ເນີນ​ການ​ກູ​້​ໄພ​ກູ້​ຊີບ​ຢ່າງ​ຮີບ​ດ່ວນ​ໃນ​ກໍ​ລະ​ນີ​ທີ່​ຈຳ​ເປັນ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ