ພາຍຫຼັງ11ເດືອນ,ຍອດລາຍຮັບງົບປະມານຂອງລັດລື່ນກ່າຍແຜນ​ການທັງປີ

ພາຍຫຼັງ11ເດືອນ,ຍອດລາຍຮັບງົບປະມານຂອງລັດລື່ນກ່າຍແຜນ​ການທັງປີ - ảnh 1
(ພາບປະກອບ)

(vovworld) – ຍອດ​ລາຍ​ຮັບ​ງົບປະມານ​ຂອງ​ລັດພາຍຫຼັງ 11 ​ເດືອນລື່ນ​ກາຍ​​ຕົວ​ເລກຄາດໝາຍ​ທັງ​ປີ 100%, ດ້ວຍ​ຈຳນວນ​ເງິນ​ບັນລຸ​ປະມານ 789.600 ຕື້​ດົງ. ວັນ​ທີ 02/12, ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ການ​ເງິນ​ຫວຽດນາມ​ແລ້ວ, ຈຳນວນ​ເງິນ​ດັ່ງກ່າວ​ທຽບ​ເທົ່າ 100,9% ການ​ຄາດ​ຄະ​​ເນ​ຂອງ​ທັງ​ປີ. ​ແຕ່​ວ່າ, ຖ​້າ​ທຽບ​ໃສ່​ຕົວ​ເລກ​ລາຍ​ງານ​ຕໍ່ສະພາ​ແຫ່ງ​ຊາດ, ຈຳນວນລາຍ​ຮັບ​ໃນ​ 11 ​ເດືອນ​ບັນລຸ 93,3%. ​ໃນ​ຈຳນວນ​ເງິນ​ດັ່ງກ່າວ, ລາຍ​ຮັບ​ຈາກ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ພາຍຫຼັງ 11 ​ເດືອນບັນລຸ​ກວ່າ 100% ເມື່ອ​ທ​ຽບ​ໃສ່​ແຜນ​ການດ້ວຍ​ຈຳນວນ​ເງິນ​ແມ່ນ 157.570 ຕື້ດົງ.

        ກ່ຽວ​ກັບ​ລາຍ​ຈ່າຍ​ງົບ​ປະມານ, ຕາມ​​ຕົວ​ເລກສະຖິຕິ​ຂະ​ແໜງ​ການ​ເງິນ​ໃຫ້​ຮູ້​ວ່າ, ລາຍ​ຈ່າຍ​​ເທົ່າທຽບ​ກັບ 92,7%  ​ແຜນ​ການທັງ​ປີ.

ຂ່າວ/ບົດ​ອື່ນ