ພາຍຫຼັງສິ້ນ​ສຸດ​​ໂລກລະບາດ​ໂຄ​ວິດ - 19, ຫວຽດນາມ ຍິ່ງຈະ​​ມີ​ຄວາມ​ດູດ​ດື່ມ​ກວ່າ

(VOVWORLD) - ວັນທີ 9 ພຶດສະພາ, ເວັບໄຊ Sputnik ພາກພາສາຫວຽດນາມ ໄດ້ລົງບົດຂຽນສັງລວມປະຈໍາອາທິດ ດ້ວຍຫົວຂໍ້ “ຫວຽດນາມ ໃນສາຍຕາຂອງສື່ມວນຊົນຕ່າງປະເທດ” ຂອງຜູ້ຂຽນມີຊື່ວ່າ Elena Nikulina.

        ບົດຂຽນດັ່ງກ່າວ ໄດ້ຂຽນວ່າ ສື່ມວນຊົນສາກົນສືບຕໍ່ວິເຄາະກ່ຽວກັບບັນດາເຄັດລັບທີ່ນໍາມາເຊິ່ງຜົນສໍາເລັດຂອງຫວຽດນາມ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ບັນດາບາດກ້າວເດີນທໍາອິດຂອງຫວຽດນາມບົນເສັ້ນທາງແຫ່ງວັດທະນາຖາວອນ ພາຍຫຼັງໂລກລະບາດສິ້ນສຸດລົງ.

        ຕາມ ຊ່ອງໂທລະພາບ Global News ຂອງ ການາດາ ແລ້ວ, ບັນດາທີ່ປຶກສາຊ່ວຍສະເພາະບັນດາບໍລິສັດຕ່າງປະເທດຍ້າຍສໍານັກງານໄປຍັງປະເທດອື່ນ ໄດ້ ຖະແຫຼງວ່າ ຜົນສໍາເລັດຂອງຫວຽດນາມໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຕື່ມອີກໃຫ້ແກ່ວົງການນັກລົງທຶນຕ່າງປະເທດທີ່ມີຕໍ່ຫວຽດນາມ. ຫວຽດນາມ ພວມຢັ້ງຢືນທີ່ຕັ້ງຂອງຕົນຄືດັ່ງປະເທດທີ່ມີຄວາມປອດໄພ ສໍາລັບການດໍາເນີນທຸລະກິດ, ກໍາແໜ້ນ ແລະ ດຶງດູດຄວາມຕ້ອງການທາງດ້ານຜົນປະໂຫຍດຈາກບັນດາຜູ້ຜະລິດສາກົນ ທີ່ພວມຊອກຫາວິທີຫັນລະບົບສະໜອງຂອງເຂົາເຈົ້າເປັນຫຼາຍຝ່າຍ./.

ຕອບກັບ

ຂ່າວ/ບົດ​ອື່ນ