(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ຈະສືບຕໍ່ມີລັດຖະນະໂຍບາຍບຸກທະລຸດ້ານລະບອບລະບຽບການ ແລະ ຈິນຕະນາການການພັດທະນາ
(ພາບປະກອບ: NVCC) |
ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ມີຄວາມສົນໃຈຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູມິດ ຫວຽດນາມ ທີ່ຈະຈັດຂຶ້ນໃນວັນທີ 19 – 25 ມັງກອນ 2026 ແລະ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະສ້າງບັນດາບາດກ້າວພັດທະນາໃໝ່, ຍົກສູງກຳລັງແກ່ງແຍ້ງໃຫ້ແກ່ປະເທດຊາດ.
ບັນດາພໍ່ແມ່ປະຊາຊົນກໍ່ຕັ້ງຄວາມຫວັງວ່າ ກອງປະຊຸມໃຫຍ່ຈະສືບຕໍ່ປະກາດໃຊ້ນະໂຍບາຍຢ່າງແທດຈິງກວ່າກ່ຽວກັບການເສີມຂະຫຍາຍກຳລັງ, ພູມປັນຍາ ແລະ ບົດຮຽນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອພ້ອມກັນປະກອບສ່ວນນຳປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າໃນໄລຍະໃໝ່. ທ່ານ ເຈິ່ນບາຟຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະພານັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ, ຮອງປະທານສະມາຄົມວິສາຫະກິດ ຫວຽດນາມ ຢູ່ຕ່າງປະເທດ, ຢືນຢັນວ່າ:
“ຂ້າພະເຈົ້າຫວັງວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ຈະສືບຕໍ່ມີລັດຖະນະໂຍບາຍບຸກທະລຸດ້ານລະບອບລະບຽບການ ແລະ ຈິນຕະນາການການພັດທະນາ; ກຳນົດແຈ້ງບົດບາດຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ຄືດັ່ງບັນດາກຳລັງໜູນຫຼັກແຫຼ່ງເພື່ອຍົກສູງສະມັດຕະພາບ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ ໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ”.