ພໍ່ແມ່ປະຊາຊົນຊາວຄຼິດຫວຽດນາມຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ

ພໍ່ແມ່ປະຊາຊົນຊາວຄຼິດຫວຽດນາມຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ - ảnh 1
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຊາວ​ຄຼິດ​ ຫວຽດ​ນາມ
ຄັ້ງ​ທີ 4 ອາ​ຍຸ​ການ 2013-2018
(ພາ​ບ: TTXVN)


(vovworld) – ປີ 2016 ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ​ໃນ​ທົ່ວ​ປະ​ເທດ​ ໄດ້ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ບັ້ນ​ປຸກ​ລະ​ດົມ​ຕ່າງໆ ໂດຍ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຈັດ​ຕັ້ງ. ນີ້​ແມ່ນ​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ ເຊິ່ງ​ໄດ້​ຮັບ​ການ​ເໜັ້ນ​ໜັກ​ທີ່ກອງ​ປະ​ຊຸມ​ ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຊາວ​ຄຼິດ​ ຫວຽດ​ນາມ ຄັ້ງ​ທີ 4 ອາ​ຍຸ​ການ 2013-2018 ໄດ້​ຈັດ​ຕັ້ງຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/2 ຢູ່​ຮ່າ​ໂນ້ຍ. ປີ 2017 ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຊາວ​ຄຼິດ​ຫວຽດ​ນາມ ໄດ້​ວາງ​ອອກ​ຄາດ​ໝາຍ ສືບ​ຕໍ່​ຍູ້​ແຮງ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ​ໃນ​ໝູ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ. ພ້ອມ​ທັງ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຊາວ​ຄຼິດ​ຫວຽດ​ນາມ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຄັ້ງ​ທີ 7, ອາ​ຍຸ​ການ 2018-2023.
ຂ່າວ/ບົດ​ອື່ນ