ຟົດ​ຟື້ນມ່ວນ​ຊື່ນ​ກັບ​ບັນ​ຍາ​ກາດ​ຂອງ​ງານ ຄອນ​ເສີດ “Take me to the Sun” ຢູ່ ດ່າ​ໜັງ

(VOVWORLD) -ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ໂຮ່ກີມິນ ໄດ້ແບ່ງປັນສານ "ເຊື່ອມຕົວເຂົ້າກັບບັນຍາກາດຂອງງານບຸນ ແລະ ສຽງດົນຕີ, ບັນຍາກາດຂອງທະເລຂຽວ ແລະ ຮັບປະທານອາຫານທີ່ອຸດົມສົມບູນ ແລະ ເປັນເອກະລັກສະເພາະ.”

ຕອນຄ່ຳວັນທີ 9 ກໍລະກົດ, ລາຍການຄອນເສີດ “Take me to the Sun” ຖືກດຳເນີນຢູ່ສວນສາທາລະນະ ອາຊີ (Asia Park) ຢູ່ນະຄອນ ດ່າໜັງ. ນີ້ແມ່ນລາຍການສິລະປະໃຫຍ່ທີ່ສຸດ ແລະ ໄດ້ຮັບຄວາມລໍຄອຍທີ່ສຸດໃນ “ງານບຸນເຊື່ອມຕົວເຂົ້າກັບບັນຍາກາດຂອງລະດູຮ້ອນ ດ່າໜັງ - Enjoy Da Nang Summer Festival 2022” ໂດຍພະແນກທ່ອງທ່ຽວນະຄອນ ດ່າໜັງສົມທົບກັບກຸ່ມບໍລິສັດ Sun Group ຈັດຂຶ້ນ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ໂຮ່ກີມິນ ໄດ້ແບ່ງປັນສານ "ເຊື່ອມຕົວເຂົ້າກັບບັນຍາກາດຂອງງານບຸນ ແລະ ສຽງດົນຕີ, ບັນຍາກາດຂອງທະເລຂຽວ ແລະ ຮັບປະທານອາຫານທີ່ອຸດົມສົມບູນ ແລະ ເປັນເອກະລັກສະເພາະ.” ໂດຍດໍາເນີນແຕ່ວັນທີ 11 ມິຖຸນາ ຫາວັນທີ 15 ສິງຫາ, “ງານບຸນເຊື່ອມຕົວເຂົ້າກັບບັນຍາກາດຂອງລະດູຮ້ອນ ດ່າໜັງ 2022 ແມ່ນເຫດການວັດທະນະທໍາ - ທ່ອງທ່ຽວທີ່ເປັນເອກະລັກ ເພື່ອແນໃສ່ສ້າງ ຜະລິດຕະພັນທ່ອງທ່ຽວໃໝ່ ດຶງດູດແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ