ຟື້ນຟູການຜະລິດດຳເນີນທຸລະກິດ,ຊຸກຍູ້ເສດຖະກິດພັດທະນາຢ່າງແຮງກວ່າພາຍຫຼັງໂລກລະບາດ

(VOVWORLD) -ໃນສະພາບການທີ່ໂລກລະບາດຄວບຄຸມໄດ້ແລ້ວ, ບັນດາສະມາຊິກລັດຖະບານໄດ້ເຫັນດີຟື້ນຟູບັນດາການເຄື່ອນໄຫວຜະລິດ ດຳເນີນທຸລະກິດໃນໄລຍະເກີດໂລກລະບາດ ແລະ ຊຸກຍູ້ພື້ນຖານເສດຖະກິດພັດທະນາຢ່າງແຮງພາຍຫຼັງໂລກລະບາດ.

ຟື້ນຟູການຜະລິດດຳເນີນທຸລະກິດ,ຊຸກຍູ້ເສດຖະກິດພັດທະນາຢ່າງແຮງກວ່າພາຍຫຼັງໂລກລະບາດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

(ພາບ: VGP)

ທີ່ກອງປະຊຸມຂ່າວພາຍຫຼັງ ກອງປະຊຸມສະໄໝສາມັນປະຈຳເດືອນ ເມສາ ຂອງລັດຖະບານຫວຽດນາມ, ເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 05 ພຶດສະພາ, ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ, ໃນສະພາບການທີ່ໂລກລະບາດຄວບຄຸມໄດ້ແລ້ວ, ບັນດາສະມາຊິກລັດຖະບານໄດ້ເຫັນດີຟື້ນຟູບັນດາການເຄື່ອນໄຫວຜະລິດ ດຳເນີນທຸລະກິດໃນໄລຍະເກີດໂລກລະບາດ ແລະ ຊຸກຍູ້ພື້ນຖານເສດຖະກິດພັດທະນາຢ່າງແຮງພາຍຫຼັງໂລກລະບາດ. ໜ້າທີ່ຈຸດສຸມໃນປະຈຸບັນແມ່ນຄົ້ນຄວ້າ ແລະ ຜັນຂະຫຍາຍແຜນການຟື້ນຟູການພັດທະນາເສດຖະກິດ, ສັງຄົມໃຫ້ເໝາະສົມກັບການຜັນແປຂອງໂລກລະບາດທັງຢູ່ພາຍໃນ ແລະ ຕ່າງປະເທດໂດຍໄວ. ທ່ານ ເຈິ່ນກ໊ວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ໃຫ້ຮູ້ວ່າ.

        “ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ເປັນເສນາທິການຕໍ່ລັດຖະບານຄ່ອຍໆເປີດບັນດາການເຄື່ອນໄຫວທາງດ້ານເສດຖະກິດຄືນໃໝ່. ທາງກະຊວງໄດ້ສ້າງບັນດາແຜນການ, ນະໂຍບາຍເພື່ອພັດທະນາເສດຖະກິດໃນສະພາບທີ່ໂລກລະບາດໂຄວິດ-19 ຍັງຄົງຕົວ. ໃນການກຳນົດທິດສ້າງແຜນການດັ່ງກ່າວ, ທາງກະຊວງຈະເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນກາລະໂອກາດເພື່ອພັດທະນາເສດຖະກິດຢູ່ພາຍໃນປະເທດ ກໍຄືກຳນົດທິດ ແລະ ສ້າງໂຄງປະກອບຂອງແຕ່ລະວິສາຫະກິດ, ຜະລິດຕະພັນເພື່ອຮັບເອົາກາລະໂອກາດນີ້. ພາຍຫຼັງສະພາບໂລກລະບາດມີການຫັນປ່ຽນແລ້ວນັ້ນ ຈະຄ່ອຍໆຫຼຸດຜ່ອນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ເມື່ອຮອດເວລານັ້ນບັນດາຂະແໜງການຈະເປີດປະຕູເຄື່ອນໄຫວຄືນໃໝ່”.

        ທີ່ກອງປະຊຸມຂ່າວ, ທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ກໍ່ໃຫ້ຮູ້ວ່າ, ໃນຄວາມມານະພະຍາຍາມຟື້ນຟູພື້ນຖານເສດຖະກິດ, ໃນວັນທີ 09 ພຶດສະພາ ຈະມາເຖິງນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະມີການພົບປະກັບບັນດາວິສາຫະກິດຂອງທົ່ວປະເທດຕາມຮູບແບບທາງອອນລາຍ ເພື່ອແກ້ໄຂຄວາມຫຍຸ້ງຍາກ. ພາຍຫຼັງກອງປະຊຸມ, ກະຊວງແຜນການ ແລະ ການລົງທຶນ ຈະຍື່ນສະເໜີຕໍ່ລັດຖະບານຮ່າງມະຕິການໜູນຊ່ວຍວິສາຫະກິດ ບົນຈິດໃຈໜູນຊ່ວຍຢ່າງຮອບດ້ານກວ່າເມື່ອທຽບໃສ່ບັນດາການໜູນຊ່ວຍກ່ອນໜ້ານີ້.

ຕອບກັບ

ຂ່າວ/ບົດ​ອື່ນ