ຟີລິບປິນ: ບັນດາຜູ້ອອກສະໝັກເລືອກຕັ້ງໄດ້ຮັບການໜູນຫຼັງຈາກປະທານາທິບໍດີ ຍາດໄດ້ໄຊຊະນະໃນການຊ່ວງເສັງເຂົ້າສະພາສູງ

(VOVWORLD) -ບັນດາສຳພັນທະມິດການເມືອງຂອງທ່ານປະທານາທິບໍດີ Rodrigo Duterte ຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງສະພາສູງ ກາງອາຍຸການ, ດ້ວຍອັດຕາ 8/12 ທີ່ນັ່ງຢູ່ສະພາສູງ ລວມມີ 24 ທີ່ນັ່ງ.

ຟີລິບປິນ: ບັນດາຜູ້ອອກສະໝັກເລືອກຕັ້ງໄດ້ຮັບການໜູນຫຼັງຈາກປະທານາທິບໍດີ ຍາດໄດ້ໄຊຊະນະໃນການຊ່ວງເສັງເຂົ້າສະພາສູງ - ảnh 1ຜູ້ມີສິດເລືອກຕັ້ງຟິລິບປິນ ເກືອບ 62 ລ້ານຄົນ ໄດ້ຈົດທະບຽນເຂົ້າຮ່ວມການປ່ອນບັດ

(ພາບ: AFP/TTXVN)

ໝາກຜົນເບື້ອງຕົ້ນຂອງຄະນະກຳມະການເລືອກຕັ້ງຟີລິບປິນ (EC) ປະກາດໃນວັນທີ 14 ພຶດສະພາ ໄດ້ຊີ້ໃຫ້ເຫັນວ່າ, ບັນດາສຳພັນທະມິດການເມືອງຂອງທ່ານປະທານາທິບໍດີ Rodrigo Duterte ຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງສະພາສູງ ກາງອາຍຸການ, ດ້ວຍອັດຕາ 8/12 ທີ່ນັ່ງຢູ່ສະພາສູງ ລວມມີ 24 ທີ່ນັ່ງ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ບໍ່ມີຜູ້ອອກສະໝັກເລືອກຕັ້ງຄົນໃດທີ່ຂຶ້ນກັບຝ່າຍຄ້ານຍາດໄດ້ໄຊຊະນະໃນການຊ່ວງເສັງເຂົ້າສະພາສູງໃນຄັ້ງນີ້. ຄາດວ່າ, EC ຈະປະກາດບັນດາຜູ້ຮັບໄຊຊະນະຢ່າງເປັນທາງການໃນຮອບເວລາ 2 – 3 ວັນຈະມາເຖິງ.

        ກ່ອນໜ້ານັ້ນ, ວັນທີ 13 ພຶດສະພາ, ຜູ້ມີສິດເລືອກຕັ້ງຟິລິບປິນ ເກືອບ 62 ລ້ານຄົນ ໄດ້ຈົດທະບຽນເຂົ້າຮ່ວມການປ່ອນບັດ ເພື່ອເລືອກເອົາບັນດາສະມາຊິກຄົນໃໝ່ຂອງສະພາສູງ ແລະ ສະພາຕ່ຳ, ພ້ອມກັບບັນດາຕຳແໜ່ງໃນສະພາປະຊາຊົນນະຄອນ ແລະ ເຈົ້າຄອງນະຄອນ ໃນການເລືອກຕັ້ງກາງອາຍຸການ.

ຕອບກັບ

ຂ່າວ/ບົດ​ອື່ນ