ຟີລີບປິນໃຫ້ຄຳໝັ້ນສັນຍາຮັກສາການພົວພັນພັນທະມິດການທະຫານກັບອາເມລິກາ

ຟີລີບປິນໃຫ້ຄຳໝັ້ນສັນຍາຮັກສາການພົວພັນພັນທະມິດການທະຫານກັບອາເມລິກາ - ảnh 1
ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ Rodrigo Duterte
(ພາບ: EPA/TTXVN)

(vovworld) - ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ Rodrigo Duterte ຢືນຢັນ​ວ່າ ທ່ານ​ຈະ​ຮັກສາບັນດາ​ສົນທິສັນຍາ ​ແລະ ພັນທະ​ມິດ​ການ​ທະຫານ​ທີ່​ພວມ​ປະກາດ​ໃຊ້​ໃນປະຈຸ​ບັນ​ກັບ ອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນ​ພັນທະ​ມິດ​ຫລາຍ​ປີ​ຂອງ​ປະ​ເທດ​ນີ້, ​ໂດຍ​ບໍ່​ຫົວຊາ​ແຜນການ​ຢຸດຕິ​ການ​ເຄື່ອນ​ໄຫວຊ້ອມ​ຮົບ​ລວມກັບ ວໍ​ຊິງ​ຕັນ ​ໃນ​ອະນາຄົດ. ວັນ​ທີ 12/10, ກ່າວ​ຄຳ​ເຫັນ​ຕໍ່​ກຳລັງ​ປົກ​ປັກ​ຮັກສາ​ຝັ່ງ​ທະ​ເລ ຟີ​ລີບ​ປິນ, ທ່ານ​ປະທານາທິບໍດີ Rodrigo Duterte ຢືນຢັນ​ຄືນ​ໃໝ່​ວ່າ: ຈະ​ບໍ່​ຊ້ອມ​ຮົບ​ການ​ທະຫານ​ລວມກັບ ອາ​ເມ​ລິ​ກາ ​ໃນ​ປີ 2017, ​ແຕ່​ວ່າ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າການສຳພັນ​ທະ​ມິດດ້ານການ​ທະຫານ ຍັງ​ຄົງ​ສືບ​ຕໍ່ຢູ່ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ທ່ານ​ແມ່ນ​ຕາມ​ທິດ​ເອກະລາດ. ສ່ວນ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ທ່ານ Duterte ​ແມ່ນ​ມຸ່ງ​ໄປ​ເຖິງ ຈີນ ​ແລະ ລັດ​ເຊຍ ​ເຊິ່ງ​​ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ ​ໄດ້ຍົກ​ອອກ​ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ມີ​ແຜນການ​ໄປ​ຢ້ຽມຢາມ 2 ປະ​ເທດ​ດັ່ງກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເລີ່​ມຕົ້ນ​​ແມ່ນ​​ການ​ຢ້ຽມຢາມ ຈີນ ​ໃນ​ລະຫວ່າງ​ວັນ​ທີ 18 – 21/10.

 

 

ຂ່າວ/ບົດ​ອື່ນ