ມີ 6 ໂຮງງານປຸງແຕ່ງປາຈາຂອງ ຫວຽດນາມ ໄດ້ຮັບໃບຢັ້ງຢືນສົ່ງອອກໄປຍັງ ອາເມລິກາ

(VOVWORLD) -ເລື່ອງມີ 6 ໂຮງງານໄດ້ນຳເຂົ້າບັນຊີລາຍຊື່ປຸງແຕ່ງ, ສົ່ງອອກປາຈາ ເຂົ້າຕະຫຼາດ ອາເມລິກາ ຕື່ມອີກ ຈະຊ່ວຍຍອດມູນຄ່າສົ່ງອອກປາຈາຂອງ ຫວຽດນາມ ໄປຍັງຕະຫຼາດນີ້ບັນລຸການເຕີບໂຕໃນໄລຍະຈະມາເຖິງ.
ມີ 6 ໂຮງງານປຸງແຕ່ງປາຈາຂອງ ຫວຽດນາມ ໄດ້ຮັບໃບຢັ້ງຢືນສົ່ງອອກໄປຍັງ ອາເມລິກາ - ảnh 1(ພາບປະກອບ: TTXVN)

ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ, ອົງການກວດກາ ແລະ ຄວາມປອດໄພດ້ານສະບຽງອາຫານອາເມລິກາ ຂຶ້ນກັບກະຊວງກະສິກຳ ອາເມລິກາ ຫາກໍ່ຮັບຮູ້ 6 ໂຮງງານປຸງແຕ່ງປາຈາຂອງ ຫວຽດນາມ ທີ່ອະນຸຍາດໃຫ້ສົ່ງອອກໄປຍັງຕະຫຼາດນີ້ຕື່ມອີກ. ສະນັ້ນ, ຮອດປະຈຸບັນ, ຫວຽດນາມ ມີ 19 ໂຮງງານປຸງແຕ່ງປາຈາມີເງື່ອນໄຂຢ່າງພຽງພໍໄດ້ຮັບການຮັບຮູ້ເພື່ອສົ່ງອອກໄປຍັງ ອາເມລິກາ.

ລະອຽດແມ່ນ, ໂຮງງານດັ່ງກ່າວລວມມີ: ບໍລິສັດຫຸ້ນສ່ວນສິນໃນນ້ຳ ເຮີບເຍິດ, ໂຮງງານສິນທະເລແຊ່ເຢັນ Atlantic (Atlantic Seafood), ໂຮງງານ ບາຊາ ແມ່ນ້ຳຂອງ (Basa Mekong), ໂຮງງານປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນປາຈາມີຄຸນນະພາບສູງ, ໂຮງງານປຸງແຕ່ງສິນໃນນ້ຳ ສົ່ງອອກ ກໍໄມ 2 ແລະ ບໍລິສັດ CK Frozen Food Vietnam ຈຳກັດ.

ເລື່ອງມີ 6 ໂຮງງານໄດ້ນຳເຂົ້າບັນຊີລາຍຊື່ປຸງແຕ່ງ, ສົ່ງອອກປາຈາ ເຂົ້າຕະຫຼາດ ອາເມລິກາ ຕື່ມອີກ ຈະຊ່ວຍຍອດມູນຄ່າສົ່ງອອກປາຈາຂອງ ຫວຽດນາມ ໄປຍັງຕະຫຼາດນີ້ບັນລຸການເຕີບໂຕໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ