ມີ 7 ທ້ອງ​ຖິ່ນ​ໄດ້​​ອະ​ນຸ​ຍາ​ດ​ໃຫ້​ທົດ​ລອງ​​ຕ້ອນ​ຮັບ​ແຂກທ່ອງ​ທ່ຽວ​ສາ​ກົນ

(VOVWORLD) -ປັດຈຸບັນລວມມີ 7 ແຂວງ, ນະຄອນຄື ກຽນຢາງ, ກວ໋າງນາມ, ແຄ໊ງຮວ່າ, ດ່າໜັງ ແລະ ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ໄດ້ຮັບຄວາມເຫັນດີຈາກລັດຖະບານຕົກລົງໃຫ້ເປັນເຈົ້າການຜັນຂະຫຍາຍການປະຕິບັດການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາ ຫວຽດນາມ ຮັບປະກັນຄວາມປອດໄພ ແລະ ມີປະສິດທິຜົນ.
ມີ 7 ທ້ອງ​ຖິ່ນ​ໄດ້​​ອະ​ນຸ​ຍາ​ດ​ໃຫ້​ທົດ​ລອງ​​ຕ້ອນ​ຮັບ​ແຂກທ່ອງ​ທ່ຽວ​ສາ​ກົນ - ảnh 1(ພາບປະກອບ: baovanhoa.vn)

ພາຍຫຼັງທີ່ຍື່ນໜັງສືສະເໜີຕ້ອນຮັບແຂກທ່ອງທ່ຽວສາກົນຄືນໃໝ່ ມາເປັນເວລາ 2 ເດືອນ, ນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ແມ່ນສອງທ້ອງຖິ່ນທີ່ລັດຖະບານໄດ້ຕົກລົງໃຫ້ເປັນເຈົ້າການຜັນຂະຫຍາຍການປະຕິບັດການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາ ຫວຽດນາມ ຮັບປະກັນຄວາມປອດໄພ ແລະ ມີປະສິດທິຜົນ. ຕາມເອກະສານຂອງຫ້ອງວ່າການລັດຖະບານແລ້ວ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ສະເໜີໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບບັນດາກະຊວງ, ຂະແໜງການ ຄົ້ນຄວ້າຜັນຂະຫຍາຍດັດປັດ ຄຳແນະນຳຊົ່ວຄາວ ກ່ຽວກັບການປະຕິບັດການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃຫ້ສອດຄ່ອງກັບຂໍ້ກຳນົດຕ່າງໆໃນປັດຈຸບັນ. ເມື່ອເຂົ້າມາ ຫວຽດນາມ ແຂກທ່ອງທ່ຽວສາກົນ ຕ້ອງມີວີຊາ ຕາມຂໍ້ກຳກົດ ເພື່ອຮັບປະກັນການຄວບຄຸມຄວາມປອດໄພ ແລະ ໂລກລະບາດ. ເປັນອັນວ່າ, ປັດຈຸບັນລວມມີ 7 ແຂວງ, ນະຄອນຄື ກຽນຢາງ, ກວ໋າງນາມ, ແຄ໊ງຮວ່າ, ດ່າໜັງ ແລະ ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ໄດ້ຮັບຄວາມເຫັນດີຈາກລັດຖະບານ.

        ປັດຈຸບັນ, ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ກະກຽມແຫຼ່ງກຳລັງ, ຜະລິດຕະພັນທ່ອງທ່ຽວ, ລາຍການທ່ອງທ່ຽວ…. ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວສາກົນຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ